ອິນ​ເດຍ ແລະ ຈີນ ຍັງ​ບໍ່​ທັນ​ກຳ​ນົດ​​ວັນ​ເວ​ລາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ດ້ານການ​ທະ​ຫານ ຮອບ​ຕໍ່​ໄປ

(VOVWORLD) -ພາຍຫຼັງທີ່ ອິນເດຍ ແລະ ຈີນ ຕົກລົງເຫັນດີຈັດຕັ້ງການເຈລະຈາຮອບຕໍ່ໄປ ຂອງບັນດາຜູ້ບັນຊາການທະຫານຂັ້ນສູງ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການຂັດແຍ້ງກັນຢູ່ບໍລິເວນເສັ້ນຄວບຄຸມຕົວຈິງ (LAC) ລະຫວ່າງສອງປະເທດ ໜຶ່ງອາທິດ, ອິນເດຍ ໃຫ້ຮູ້ວ່າ ໄລ່ຮອດຈຸດເວລານີ້, ສອງຝ່າຍຍັງບໍ່ທັນກຳນົດໄດ້ວັນເວລາດຳເນີນການເຈລະຈາດັ່ງກ່າວເທື່ອ. 
ອິນ​ເດຍ ແລະ ຈີນ ຍັງ​ບໍ່​ທັນ​ກຳ​ນົດ​​ວັນ​ເວ​ລາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ດ້ານການ​ທະ​ຫານ ຮອບ​ຕໍ່​ໄປ - ảnh 1 ເສັ້ນທາງຄວາມໄວສູງ Srinagar-Leh, ຊາຍແດນ ລະຫວ່າງ ອິນເດຍ ແລະ ຈີນ  (ພາບ: AFP/TTXVN)

  ວັນທີ 3 ກໍລະກົດ, ໜັງສືພິມ Hindustand Times ໄດ້ໃຫ້ຂ່າວວ່າ ຂໍ້ຕົກລົງກ່ຽວກັບການຈັດຕັ້ງການເຈລະຈາຮອບຕໍ່ໄປລະຫວ່າງບັນດາຜູ້ບັນຊາການທະຫານ  ແມ່ນໝາກຜົນລະອຽດອັນໜຶ່ງອັນດຽວ ພາຍຫຼັງການເຈລະຈາຕາມຮູບການທາງອອນລາຍຂອງ ກົນໄກເຮັດວຽກເພື່ອປຶກສາຫາລື ແລະ ສົມທົບກັນ (WMCC) ກ່ຽວກັບບັນດາບັນຫາຊາຍແດນ ທີ່ໄດ້ລົງນາມໃນວັນທີ 25 ມິຖຸນາ ຜ່ານມາ.

        ຄວາມເຄັ່ງຕຶງກ່ຽວກັບບັນຫາຊາຍແດນ ລະຫວ່າງ ອິນເດຍ ແລະ ຈີນ ຖືກປີນຂັ້ນໄດຄືນໃໝ່ ນັບແຕ່ຕົ້ນເດືອນພຶດສະພາ ປີ 2020 ໃນສະພາບການທີ່ສອງຝ່າຍໄດ້ເພີ່ມພົນທະຫານພັນພັນຄົນ ພ້ອມດ້ວຍອາວຸດປະເພດໜັກຫຼາຍຊະນິດຢູ່ຊາຍແດນ. ເຖິງວ່າສອງຝ່າຍໄດ້ດຳເນີນການເຈລະຈາຫຼາຍກວ່າ 20 ຮອບແລ້ວ ແຕ່ຍັງບໍ່ທັນບັນລຸໄດ້ຄວາມເຫັນດີກ່ຽວກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ