ອິນໂດເນເຊຍ ກໍ່ສ້າງນະຄອນໃໝ່ 10 ແຫ່ງ
(ພາບປະກອບ)
(vovworld) – ວັນທີ 24/03, ທ່ານລັດຖະມົນຕີວ່າການກະຊວງແຜນການພັດທະນາແຫ່ງຊາດອິນໂດເນເຊຍ Andrinof Chaniago, ໃຫ້ຮູ້ວ່າ, ໃນແຜນການກໍ່ສ້າງນະຄອນໃໝ່ 10 ແຫ່ງຂອງປະເທດນີ້, ບັນດາເຂດຕົວເມືອງທຳອິດຈະໄດ້ຮັບການຜັນຂະຫຍາຍຢູ່ Tanjung Selor ຂຶ້ນກັບແຂວງທາງທິດເໜືອ Kalimantan (ຫຼືເອີ້ນວ່າທາງທິດເໜືອ Borneo). ລັດຖະບານອິນໂດເນເຊຍ ໄດ້ປະຕິບັດສຳເລັດການຄົ້ນຄວ້າ ແລະ ຈັດແບ່ງງົບປະມານແຫ່ງລັດເພື່ອພັດທະນາ Tanjung Selor, ຈາກເມືອງນ້ອຍໃນປະຈຸບັນ ໃຫ້ກາຍເປັນເມືອງເອກຂອງແຂວງທາງທິດເໜືອ Kalimantan, ຕິດກັບມາເລເຊຍ. ທີ່ຕັ້ງລະອຽດຂອງ 9 ນະຄອນໃໝ່ອື່ນຍັງບໍ່ທັນໄດ້ຮັບການປະກາດ, ພຽງແຕ່ຮູ້ວ່າ ບາງນະຄອນໃໝ່ໄດ້ຮັບການກໍ່ສ້າງໃນເກາະ Borneo. ທ່ານລັດຖະມົນຕີ Andrinof ຖະແຫຼງວ່າ, ລັດຖະບານອິນໂດເນເຊຍ ຈະໃຫ້ບຸລິມະສິດພັດທະນາບັນດາເຂດຕົວເມືອງໃໝ່ດັ່ງກ່າວ ຢູ່ນອກເກາະ Java ໃນຄວາມມານະພະຍາຍາມສົ່ງເສີມການຈັດແບ່ງການເຕີບໂຕດ້ານເສດຖະກິດຢ່າງສະໝໍ່າສະເໝີຢູ່ທົ່ວທຸກເຂດ.