ອິນ​ໂດ​ເນ​ເຊຍ ຈະ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ນະ​ຄອນຫຼວງ​ໃໝ່​ໃຫ້​ສົມ​ບູນ​ແບບ​ກ່ອນ​ວັນ​ຊາດ ປີ 2024

(VOVWORLD) - ນະຄອນຫຼວງໃໝ່ໄດ້ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນກ່ຽວກັບເຕັກນິກທັນສະໄໝ, ລະບົບປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາຄວາມສະດວກທີ່ສຸດຂອງນະຄອນແຫ່ງອະລິຍະທຳ ແລະ ທັນສະໄໝ
ອິນ​ໂດ​ເນ​ເຊຍ ຈະ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ນະ​ຄອນຫຼວງ​ໃໝ່​ໃຫ້​ສົມ​ບູນ​ແບບ​ກ່ອນ​ວັນ​ຊາດ ປີ 2024 - ảnh 1ພາບປະກອບ: TTXVN

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ພຶດສະພາ, ຢູ່ຈາກາຕາ, ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳສາທາລະນະ ແລະ ເຮືອນຢູ່ ອິນໂດເນເຊຍ Basuki Hadimuljono  ປະກາດວ່າ ປະເທດນີ້ຈະ ສ້າງບັນດາພື້ນຖານໂຄງລ່າງຫຼັກຂອງນະຄອນຫຼວງໃໝ່ Nusantara ໃຫ້ສົມບູນແບບກ່ອນວັນຊາດຂອງປະເທດນີ້ໃນປີ 2024. ທ່ານ Basuki ເນັ້ນໜັກວ່າ ນະຄອນຫຼວງໃໝ່ໄດ້ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນກ່ຽວກັບເຕັກນິກທັນສະໄໝ, ລະບົບປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາຄວາມສະດວກທີ່ສຸດຂອງນະຄອນແຫ່ງອະລິຍະທຳ ແລະ ທັນສະໄໝ. ລັດຖະບານອິນໂດເນເຊຍ ກໍ່ໄດ້ຮຽກຮ້ອງບັນດາບໍລິສັດເອກະຊົນ, ວິສາຫະກິດຕ່າງປະເທດຄົ້ນຄ້ວາໂອກາດມາລົງທຶນຢູ່ນະຄອນຫຼວງໃໝ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ