ອິນໂດເນເຊຍ ຢືນຢັນ ໄດ້ພົບເຫັນລຳຕົວເຮືອບິນ QZ 8501
ອິນໂດເນເຊຍ ຢືນຢັນໄດ້ພົບເຫັນລຳຕົວເຮືອບິນ QZ 8501
(ພາບ: Dailymail)
(vovworld) – ວັນທີ 14/01, ວົງການເຈົ້າໜ້າທີ່ອິນໂດເນເຊຍ ຢືນຢັນວ່າ ໄດ້ພົບເຫັນລຳຕົວເຮືອບິນ AirAsia ໝາຍເລກ QZ 8501 ຕົກຢູ່ທະເລ Java, ເມື່ອວັນທີ 28/12 ຜ່ານມາ. ລຳຕົວເຮືອບິນໄດ້ພົບເຫັນຫ່າງຈາກຫາງເຮືອບິນ 3 ກມ. ບັນດານັກດຳນ້ຳໄດ້ເຂົ້າກວດສະພາບທາງໃນລຳຕົວເຮືອບິນໃນວັນທີ 15/01.
ກ່ອນໜ້ານັ້ນ, ໃນແຈ້ງຂ່າວທາງເວັນໄຊສັງຄົມ Facebook, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດສິງກະໂປ Ng Eng Hen ໃຫ້ຮູ້ວ່າ, ກໍ່າປັ່ນກອງທັບເຮືອສິງກະໂປ ໄດ້ພົບເຫັນລຳຕົວເຮືອບິນ QZ 8501, ພ້ອມກັບຮູ້ບຖ່າຍປືກຍົນດັ່ງກ່າວ.