(vovworld) - ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດ ໃນວັນທີ 09/04 ຈະມາເຖິງ. ອິນໂດເນເຊຍ ໄດ້ແຈ້ງວ່າ ຈະອັດປະຕູເຂດຊາຍແດນກັບປະເທດບ້ານໃກ້ເຮືອນຄຽງແມ່ນ Papua New Guinea. ເຈົ້າໜ້າທີ່ຜູ້ຮັບຜິດຊອບຫ້ອງການຊາຍແດນອິນໂດເນເຊຍ - Papua New Guinea ທ່ານນາງ Susanna Wanggai ໃຫ້ຮູ້ວ່າ, ເຂດຊາຍແດນຈະອັດປະຕູຈົດເຖິງວັນທີ 12/04 ແລະ ອິນໂດເນເຊຍ ໄດ້ແຈ້ງຂໍ້ຕົກລົງດັ່ງກ່າວກັບລັດຖະບານ Papua New Guinea ແລ້ວ. ເລື່ອງອັດປະຕູເຂດຊາຍແດນ ເພື່ອແນໃສ່ສະກັດກັ້ນບັນດາບັນຫາຂາດຄວາມສະຖຽນລະພາບ ແລະ ກໍ່ການຮ້າຍ ທີ່ກ່ຽວຂ້ອງເຖິງພາກສ່ວນແຍກຕົວອອກ ອິນໂດເນເຊຍ. ໃນຂະນະນັ້ນ, ພົນລະເມືອງອິນໂດເນເຊຍ ອາໄສຢູ່ຕ່າງປະເທດໄດ້ເລີ່ມປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ວັນທີ 06/04, ການເລືອກຕັ້ງໄດ້ຈັດຂຶ້ນຢູ່ວົງຄະນະຍາດຊາວອິນໂດເນເຊຍ ໃນທົ່ວປະເທດອາເມລິກາ. ແລະ ກໍ່ໃນວັນດຽວກັນ, ພົນລະເມືອງອິນໂດເນເຊຍ ອາໄສຢູ່ມາເລເຊຍ ກໍ່ໄດ້ໄປປ່ອນບັດໂດຍກົງ ຫຼື ຜ່ານໄປສະນີ.