ອິນ​ໂດ​ເນ​ເຊຍ ເລີ່ມ​ເກັບ​ຄ່າ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ສຳ​ລັບ​ຄົນ​ຕ່າງ​ປະ​ເທດ

(VOVWORLD) -ອຳນາດການປົກຄອງນະຄອນ ຈາກາຕາ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (Kadin) ເລີ່ມດຳເນີນລາຍການສັກວັກຊິນກັນພະຍາດໂຄວິດ - 19 ໂດຍເສຍຄ່າ ສຳລັບຊາວຕ່າງປະເທດ.
ອິນ​ໂດ​ເນ​ເຊຍ ເລີ່ມ​ເກັບ​ຄ່າ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ສຳ​ລັບ​ຄົນ​ຕ່າງ​ປະ​ເທດ - ảnh 1 ອິນໂດເນເຊຍ  ເລີ່ມດຳເນີນລາຍການສັກວັກຊິນກັນພະຍາດໂຄວິດ - 19 ໂດຍເສຍຄ່າ ສຳລັບຊາວຕ່າງປະເທດ (ພາບ: THX/TTXVN)

ວັນທີ 24 ສິງຫາ, ອຳນາດການປົກຄອງນະຄອນ ຈາກາຕາ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ (Kadin) ເລີ່ມດຳເນີນລາຍການສັກວັກຊິນກັນພະຍາດໂຄວິດ - 19 ໂດຍເສຍຄ່າ ສຳລັບຊາວຕ່າງປະເທດ. ລະອຽດ, ຜູ້ໃດຢາກສັກວັກຊິນຕ້ອງເສຍຄ່າ 700.000 ຣູບີ (ເກືອບ 49 USD) ຕໍ່ໜຶ່ງເຂັມ. ຊະນິດວັກຊິນທີ່ໄດ້ນຳໃຊ້ໃນຄັ້ງນີ້ແມ່ນວັກຊິນຂອງບໍລິສັດການຢາ Sinopharm.

        ລາຍການດັ່ງກ່າວແມ່ນນອນໃນຂອບເຂດໂຄງການສັກວັກຊິນ Gotong Royong (ຮ່ວມມືກັນ) ໂດຍເອກະຊົນອຸປະຖຳໃຫ້. ລາຍການດັ່ງກ່າວ ຖືກຈັດຂຶ້ນແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຊາວຕ່າງປະເທດທີ່ບໍ່ໄດ້ຮັບການສັກວັກຊິນຢູ່ສະຖານທູດແຫ່ງຕ່າງໆ. ເພື່ອເຂົ້າຮ່ວມລາຍການສັກວັກຊິນ Gotong Royong ໂດຍເສຍຄ່ານີ້, ຊາວຕ່າງປະເທດຕ້ອງແຈ້ງໜັງສືຜ່ານແດນ ແລະ ບັດອະນຸຍາດໃຫ້ພັກອາໄສຊົ່ວຄາວ (KITAS) ພ້ອມດ້ວຍຈົດທະບຽນລ່ວງໜ້າໃນເວັບໄຊຂອງ Kadin.


ຕອບກັບ

ຂ່າວ/ບົດ​ອື່ນ