ອິນໂດເນເຊຍ ແລະ ມາເລເຊຍ ຍູ້ແຮງການ ກຳນົດເສັ້ນຊາຍແດນໃຫ້ສຳເລັດ

ອິນໂດເນເຊຍ ແລະ ມາເລເຊຍ ຍູ້ແຮງການ ກຳນົດເສັ້ນຊາຍແດນໃຫ້ສຳເລັດ - ảnh 1
ທ່ານ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Joko Widodo ​ແລະ
ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak
(ພາບ: AFP/TTXVN)


(vovworld) – ທ່ານ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ Joko Widodo ​ແລະ ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ​ໄດ້​ເຫັນ​ດີ​ຍູ້​ແຮງ​ການກຳ​ນົດ​ເສັ້ນ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ໃຫ້​ສຳ​ເລັດ. ນີ​້ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ຕົ້ນ​ຕໍ່​ຂອງ​ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ ​ໃນ​ບັນດາ​ກອງ​ປະຊຸມ 2 ຝ່າຍ​ລະຫວ່າງ​ການ​ນຳ 2 ປະ​ເທດ​ຢູ່ Putra Jaya (ມາ​ເລ​ເຊຍ) ​ໃນ​ວັນ​ທີ 06/02. 2 ຝ່າຍ​ໄດ້​ເຫັນ​ດີກາ​ນ​ເຈລະຈາ​ເຕັກນິກ​ເສັ້ນ​ຊາຍ​ແດນ​ລະຫວ່າງອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ຈະ​ຖືກດຳ​ເນີນ​ໃນ​ວັນ​ທີ 24 – 26/02. ນອກຈາກ​ນັ້ນ, ​ເພື່ອ​ສ້າງ​ກຳລັງ​ໜູນ​ສຳ​ເລັດ​ບັນດາ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ​ Joko Widodo ​ແລະ ທ່ານ​ນາຍົກລັດຖະມົນຕີ Najib Razak ​ໄດ້​ແຕ່ງ​ຕັ້ງ​ຫົວໜ້າ​ຄະນະ​ເຈລະຈາ​ຂອງ 2 ປະ​ເທດ. ນອກຈາກ​ນັ້ນ, 2 ປະ​ເທດ​ກໍ່​ເຫັນ​ດີ​ກ້າວ​ໄປ​ເຖິງ​ສຳ​ເລັດ​​ມາດຕະຖານ​ຂອງ​ບັນດາ​ລະບຽບ​ການ (SOP) ​ໃນ​ການ​ແກ້​ໄຂ​ສຳລັບ​ບັນຫາ​ຊາວ​ປະມົງ​ໃນ​ເຂດ​ທະ​ເລ​ທີ່​ຍັງ​ກ້າວ​ກາຍ​ກັນ.

ຂ່າວ/ບົດ​ອື່ນ