ອິນໂດເນເຊຍ ແລະ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດທະເລແລະອາຊີບຫາປາ
ທ່ານ ຫວູວັນຕາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມທ່ານນາງ Susi Pudjiastuti, ລັດຖະມົນຕີກະຊວງການເດີນທະເລ ແລະ ອາຊີບຫາປາ ອິນໂດເນເຊຍ
ພາບ: fistenet.gov.vn
|
(vovworld)- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກ່ຽວກັບ “ການກວດກາຕົ້ນກຳເນີດຂອງຜະລິດຕະພັນສິນໃນນ້ຳ” ແລະ ກອງປະຊຸມສິນໃນນ້ຳ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟີກ ໃນວັນທີ26/7, ທ່ານ ຫວູວັນຕາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ມີການເຈລະຈາກັບທ່ານນາງ Susi Pudjiastuti, ລັດຖະມົນຕີກະຊວງການເດີນທະເລ ແລະ ອາຊີບຫາປາ ອິນໂດເນເຊຍ. ທີ່ການເຈລະຈາ, ສອງຝ່າຍເຫັນດີ ຈະລາຍງານຕໍ່ລັດຖະບານສອງປະເທດໂດຍໄວເພື່ອຕໍ່ກຳນົດເວລາຕື່ມອີກ 5 ປີສຳລັບບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືການເດີນທະເລ ແລະ ອາຊີບຫາປາລະຫວ່າງສອງປະເທດຊື່ງໄດ້ລົງນາມໃນວັນທີ 27/1/2010 ປະຈຸບັນໄດ້ໝົດຜົນສັກສິດແລ້ວ. ສອງຝ່າຍຈະສືບຕໍ່ຮັກສາການປະຊຸມຄະນະກຳມະການເຕັກນິກຮ່ວມຕາມມາດຕາ 3 ຂອງບົດບັນທຶກຊ່ວຍຈຳ. ຄຽງຄູ່ກັນນັ້ນ, ສອງຝ່າຍ ຈະພິຈາລະນາລົງນາມໃນຂໍ້ຕົກລົງລະຫວ່າງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ກະຊວງການເດີນທະເລ ແລະ ອາຊີບຫາປາຂອງອິນໂດເນເຊຍ ກ່ຽວກັບການສ້າງໂທລະສັບສາຍດ່ວນ ເພື່ອຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມການກຳນົດ. ທ່ານນາງລັດຖະມົນຕີ Susi Pudjiastuti ສົ່ງເສີມຫວຽດນາມ ລົງທຶນເຂົ້າໃນຂົງເຂດລ້ຽງ,ປູກ ແລະ ປຸງແຕ່ງສິນໃນນ້ຳຢູ່ ອິນໂດເນເຊຍ.