ອິນໂດເນເຊບຍົກເວັ້ນວິຊາໃຫ້ພົນລະເມືອງຂອງ 25 ປະເທດ

ອິນໂດເນເຊບຍົກເວັ້ນວິຊາໃຫ້ພົນລະເມືອງຂອງ 25 ປະເທດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 16/03, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ທ່ອງ​ທ່ຽວ ອິນ​ໂດ​ເນ​ເຊຍ Arief Yahya, ​ໃຫ້​ຮູ້​ວ່າ ລັດຖະບານ​ປະ​ເທດ​ນີ້​ຈະ​ຍົກ​​​ເວັ້ນ​ວິຊາ​ໃຫ້​ພົນ​ລ​ະ​ເມືອງ 25 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຈີນ, ສ.​ເກົາຫຼີ, ລັດ​ເຊຍ ​ແລະ ຍີ່ປຸ່ນ… ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ດ້ານ​ການທ່ອງທ່ຽວ. ຕາມ​ທ່ານ​ລັດຖະມົນຕີ​ວ່າການ Yahya ​ແລ້ວ, ຄາດ​ວ່າ, ນະ​ໂຍບາຍ​ຍົກ​​ເວັ້ນວີ​ຊາ​ດັ່ງກ່າວຈະ​ຊຸກ​ຍູ້​ລາຍ​ຮັບ​ແຫ່ງ​ຊາດ​ຈາກບັນດາ​​ການ​ບໍລິການ​ທ່ອງ​ທ່ຽວ. ປະຈຸ​ບັນ, ອິນ​ໂດ​ເນ​ເຊຍ ພວມ​ນຳ​ໃຊ້​ລະບອບ​ຍົກ​​​ເວັ້ນ​ວິຊາ​​ເຂົ້າ​ເມືອງສຳລັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 15 ປະ​ເທດ ​ແລະ ​ເຂດ​ແຄວ້ນລວມທັງ 9 ປະ​ເທດ​ອາ​ຊຽນ ​ແລະ ​ໂຮງ​ກົງ, ມາ​ກາວ, ຈີ​​ເລ, ​ໂມ​ໂຣ​ໂກ, ​ເປຣຸ ​ແລະ ​ເອກວາ​ດໍ.
ຂ່າວ/ບົດ​ອື່ນ