ອີຢູຍົກການຖົກຖຽງດ້ານການຄ້າກັບລັດເຊຍຂຶ້ນ WTO

ອີຢູຍົກການຖົກຖຽງດ້ານການຄ້າກັບລັດເຊຍຂຶ້ນ WTO - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 9/7, ສະຫະພາບ​ເອີ​ລົບ(ອີ​ຢູ)​ໄດ້​ຍົກ​ການ​ຖົກ​ຖຽງ​ດ້ານ​ການ​ຄ້າ​ກັບ​ລັດ​ເຊຍ​ກ່ຽວ​ກັບ​ຄ່າທຳນຽມນຳ​ເຂົ້າ​ລົດ​ໂອ​ໂຕ​ຂຶ້ນ ອົງການ​ການ​ຄ້າ​ໂລກ(WTO). ນີ້​ແມ່ນ​ການ​ຖົກ​ຖຽງດ້ານ​ການ​ຄ້າ​ທຳ​ອິດ​ລະຫວ່າງ ອີ​ຢູ ​ແລະ ມົດ​ສະ​ກູ ນັບ​ແຕ່​ເມື່ອ​ລັດ​ເຊຍ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ ​ໃນ​ເວລາ​ເກືອບ 1 ປີຜ່ານມາ. ອີ​ຢູ ຖະ​ແຫລ​ງ ນຳ​ບັນຫາ​ນີ້​ຂຶ້ນ WTO ​ເພາະ​ ມີ​ຄວາມ​ວິຕົກ​ກັງວົນຕໍ່​ເລື່ອງ ລັດ​ເຊຍ ຈັດ​ວາງ​ຄ່າ​ທຳນຽບຜະລິດ​ຄືນ​ໃຫມ່ ສຳລັບ​ໂອ​ໂຕ​ນຳ​ເຂົ້າ​ທັງ​ໝົດ, ​ໃນ​ນັ້ນ ລວມມີ​ລົດ​ໃຫມ່ ​ແລະ ລົດ​​ເກົ່າ ຈະ​ເຮັດ​ໃຫ້​ລາຄາ​ລົດ​ເພີ່ມ​ຂຶ້ນ​ສູງ. WTO ຈະ​ຈັດ​ຕັ້ງ​ການ​ທາ​ບທາມ​ຄຳ​ເຫັນ​ເພ່ືອ​ໃຫ້ ອີ​ຢູ ​ແລະ ລັດ​ເຊຍ ປຶກສາ​ຫາລື ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບັນຫາ​ຖົກ​ຖຽງ​ດັ່ງກ່າວ​ໃຫ້​ສົມ​ເຫດ​ສົມ​ຜົນ​ໂດຍ​ບໍ່​ຕ້ອງ​ມີ​ການ​ຟ້ອງ​ຮອ້ງ​. ຖ້າ​ມາດ​ຕະການ​ທາ​ບທາມ​ຄຳ​ເຫັນ​ບໍ່​ບັນລຸ​ໝາກຜົນ, ​ໃນ​ເວລາ 60 ວັນ, ອີ​ຢູ ສາມາດ​ສ​ະ​ເຫ​ນີ WTO ສ້າງ​ຕັ້ງ​ຄະນະ​ກຳມະການ​ເພື່ອ​ຕັດສິນກ່ຽວກັບ​ ​ລັກສະນະ​ຖືກ​ກັບ​ກົດໝາຍ​ຂອງ​ເລື່ອງ ລັດ​ເຊຍ ຈັດ​ວາງ​ຄ່າທຳນຽມຜະລິດ​ຄືນ​ໃຫມ່​ສຳລັບ​ລົດ​​ໂອ​ໂຕນຳ​ເຂົ້າ​ຈາກ ອີ​ຢູ.

ຂ່າວ/ບົດ​ອື່ນ