ອີຢິບ ໂຈະການປະກາດ ຜົນການເລືອກຕັ້ງປະທາ ນາທິບໍດີ ຮອບທີ 2

ອີຢິບ ໂຈະການປະກາດ ຜົນການເລືອກຕັ້ງປະທາ ນາທິບໍດີ ຮອບທີ 2 - ảnh 1
ພາບປະກອບ

(vovworld) - ​ເມື່ອຕອນ​ຄຳ​ວັນ​ທີ 20/6 ​ສຳນັກ​ຂ່າວສານ​ Mena ຂອງ ອີ​ຢິບ ໃຫ້​ຮູ້​ວ່າ: ການ​ປະກາດຜົນ​ຂອງ​ການ​ເລືອກ​ຕັ້ງ ປະທານາທິບໍດີ ອີ​ຢິບ​ ຮອບ​ທີ 2 ຕາມ​ແຜນການ​ໃນ​ວັນ​ທີ 21/6 ຈະ​ຖືກ​ໂຈະ​ໄວ້. ປະຈຸ​ບັນ, ຈຸດ​ເວລາ​ປະກາດ​ໃໝ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການປະກາດ​ເທື່ອ. ສຳນັກ​ຂ່າວສານ Mena ​ໄດ້​ຄັດ​ສະ​ເໜີ​ຄຳ​ຖະ​ແຫຼ​ງ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ອີ​ຢິບ ​ໂດຍຢັ້ງຢືນ​ວ່າ: ໝາກຜົນ​ການ​ນັບ​ບັດ ​ເຊິ່ງ 2 ກຳລັງ ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະກາດນັ້ນ​ລ້ວນ​ແຕ່​ບໍ່​ຊັດ​ເຈນ. ຮອດ​ຈຸດ​ເວລາ​ນີ້, ຄະນະ​ກຳມະການ ​ໄດ້​ຮັບ​ໃບ​ຮ້ອງ​ຟ້ອງ 400 ​ສະບັບ​ຈາກ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ 2 ທ່ານ ​ຄືທ່ານ Mohamed Morsy ຂອງອົງ​ການ​ອ້າຍ​ນ້ອງ​ອິດສະ​ລາມ ​ແລະ​ ທ່ານ Ahmed Shafiq, ນາຍົກລັດຖະມົນຕີ ​ໃນ​ສະ​ໄໝ​​ປະທານາທິບໍດີ​ຜູ້​ຖືກ​ໂຄ້ນ​ລົ້​ມ Hosni Mubarak. ປະຈຸ​ບັນ, ຄະນະ​ກຳມະການ​ພວມ​ພິຈາລະນາ​ໃບ​ອຸທອນ​ຈາກ​ບັນດາ​ທະ​ນາຍ​ຄວາມ ຂ​ອງຜູ້​ອອກ​ສະ​ໝັກ​ຮັບ​ເລືອດ​ຕັ້ງ ທັງ 2 ກ່ຽວ​ກັບ​ບັນດາ​ການ​ກະທຳ​ທີ່​​ຖື​ວ່າ​ລະ​ເມີດ​ກົດໝາຍ ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ ​​ແລະ ການ​ເຄື່ອນ​ໄຫວ​ນັບ​ບັດ​​ເລືອກ​ຕັ້ງທີ່​​ໄດ້​ກໍ​ໃຫ້​ເກີດ​ການ​ໂຕ້​ຖຽງກັນ.

 

ຂ່າວ/ບົດ​ອື່ນ