ອີຢູພ້ອມແລ້ວທີ່ຈະຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ

ອີຢູພ້ອມແລ້ວທີ່ຈະຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ - ảnh 1
(ພາບ: Đỗ Quyên - TTXVN)


(vovworld) -​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ເປັນ​ເວ​ລາ 2 ວັນ (8 -9/4), ທ່ານ​ນາງ Federica Mogherini, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ​້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສະ​ຫະ​ພາບ ເອີ​ລົບ (ອີິ​ຢູ) ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ເລ​ຂາ ອາ​ຊ​ຽນ ໃນ​ວັນ​ທີ 9/4 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ກັບ​ບັນ​ດາ​ກຳ​ມາ​ທິ​ການ​ຕາງ​ໜ້າ​ປ​ະ​ຈຳ ອາ​ຊຽ​ນ. ທ່ານ​ນາງ Federica Mogherini ໃຫ້​ຮູ້​ວ່າ: ອີ​ຢູ ພ້ອມ​ແລ້ວ​ທີ່​​ຈະຍົ​ກ​ສູງ​ກາ​ນ​ພົວ​ພັນ 2 ຝ່າຍ​ຂຶ້​ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາງ Federica Mogherini ຢັ້ງ​ຢືນ​ວ່່າ: ອີ​ຢູ ສະ​ໜັບ​ສະ​ໜູນ​ບັນ​ດາ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ຂອງ ອາ​ຊ​ຽນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮ່ວມ​ມື ແລະ ໜູນ​ຊ່ວຍ ອາ​ຊຽນ ໃນ​ໄລ​ຍະ​ຈະ​ມາ​ເຖິງ. 2 ຝ່າຍກໍ່​ໄດ້​ແລກ​ປ່​ຽນ​ກ່ຽວ​ກັບຫຼາຍ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ​່າງ​ມີ​ຄວາມ​ສົນ​ໃຈ​ຄື​ສະ​ພາບ​ການ ສ​ປ​ປ ເກົາຫຼີ, ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຄື: ການ​ເດີນ​ເຮືອ, ການກໍ່​ກາ​ນ​ຮ້າຍ, ຄວາມ​ໝັ້ນ​ຄົງ​ທາງ​ເຄືອ​ຂ່າ​ຍ ອີນ​ເຕ​ີ​ເນັດ, ​ການຄ້າ​ຂ​າຍ​ມະ​ນຸດ​ໃຫ​້​ດີກ່​ວາ​ອີກ.
ຂ່າວ/ບົດ​ອື່ນ