ອີຢູ-ອາຟະລິກາຮັບຮອງເອົາແຜນການກະທຳລວມ
(ພາບປະກອບ: Telegraph)
(vovworld) – ວັນທີ 12/11, ສະຫະພາບເອີລົບ (ອີຢູ) ແລະ ບັນດາປະເທດອາຟະລິກາ ໄດ້ຮັບຮອງເອົາແຜນການກະທຳລວມ ເພື່ອແກ້ໄຂວິກິດການຊາວອົບພະຍົບ ແຕ່ນີ້ຮອດທ້າຍປີ 2016. ແຜນການນີ້ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດອີຢູ - ອາຟະລິກາ ເຊິ່ງດຳເນີນໄປເປັນເວລາ 2 ວັນຢູ່ Valleta (Malta). ທ່ານປະທານສະພາເອີລົບ Donald Tusk ໃຫ້ຮູ້ວ່າ, ແຜນການນີ້ໄດ້ສຸມໃສ່ເລື່ອງແກ້ໄຂບັນດາເຫດຜົນຂອງບັນຫາຊາວອົບພະຍົບ, ຕ້ານບັນດາກຸ່ມຄ້າຂາຍມະນຸດ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ໃນບັນຫາອົບພະຍົບຖືກຕາມກົດໝາຍ ແລະ ປົກປ້ອງຊາວຫຼົບໄພ… ຢູ່ບັນດາປະເທດອີຢູ. ນອກຈາກນັ້ນ, ກອງປະຊຸມກໍເຫັນດີປະຕິບັດ 15 ຂໍ້ລິເລີມອື່ນ ລວມທັງການສ້າງຕັ້ງບັນດາສູນຖະແຫຼງຂ່າວຢູ່ບັນດາປະເທດມີຊາວອົບພະຍົບໄປຜ່ານ ເພື່ອແນໃສ່ໂຄສະນາກ່ຽວກັບໄພອັນຕະລາຍທີ່ເຂົາເຈົ້າຈະຕ້ອງປະເຊີນໜ້າ, ຖ້າຫາກໄປຕາມບັນດາກຸ່ມຄ້າຂາຍມະນຸດ.