ອີຢູຮຽກຮ້ອງອັງກິດຍູ້ໄວວິວັດທະນາການເຈລະຈາ

(VOVWORLD) -ວັນທີ 21 ກັນຍາ, ກ່ອນທີ່ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ມີບົດກ່າວປາໄສສຳຄັນຢູ່ Florence, ປະເທດອີຕາລີ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາ Brexit ຂອງສະຫະພາບເອີລົບ (ອີຢູ) ໄດ້ກ່າວເຕືອນວ່າ

ອີຢູຮຽກຮ້ອງອັງກິດຍູ້ໄວວິວັດທະນາການເຈລະຈາ - ảnh 1 ທ່ານ Michel Barnier, ຫົວໜ້າຄະນະເຈລະຈາ Brexit ຂອງສະຫະພາບເອີລົບ

(ພາບ: AFP/TTXVN)

ຖ້າຫາກອັງກິດ ຢາກມີຂໍ້ຕົກລົງດ້ານການຄ້າເສລີ ເມື່ອຖອນອອກຈາກອີຢູ ແລ້ວ, ລອນດອນ ຄວນແກ້ໄຂບັນຫາປະກອບດ້ານການເງິນໃຫ້ກຸ່ມຢ່າງເດັດຂາດ ແລະ ຍູ້ໄວວິວັດທະນາການເຈລະຈາ. ທ່ານ Barnier ຢືນຢັນທັດສະນະຂອງອີຢູ ແມ່ນບັນລຸໄດ້ຂໍ້ຕົກລົງການຄ້າເສລີແມ່ນໝາກຜົນດີທີ່ສຸດໃຫ້ທັງ 2 ຝ່າຍ, ແຕ່ຢາກບັນລຸໄດ້ຂໍ້ຕົກລົງນັ້ນ ປັດໃຈດ້ານເວລາແມ່ນມີຄວາມສຳຄັນຍິ່ງ. ທ່ານ Barnier ກໍ່ສະແດງໃຫ້ເຫັນເຈດຕະນາດີຂອງອີຢູ ເມື່ອຢືນຢັນວ່າ “ຈະຮັບຟັງດ້ວຍຈິດໃຈສ້າງສັນກ່ຽວກັບບົດກ່າວປາໄສທີ່ສຳຄັນຂອງທ່ານນາງນາຍົກລັດຖະມົນຕີ Theresa May ໃນວັນທີ 22 ກັນຍາ ຢູ່ Florence”. ເຖິງຢ່າງໃດກໍ່ຕາມ, ທ່ານນາງນາຍົກລັດຖະມົນຕີອັງກິດ ຄວນຍົກອອກບັນດາເຈດຕະນາດີຢ່າງໃຫຍ່ຫຼວງໃນບັນດາບັນຫາສິດຂອງພົນລະເມືອງ ແລະ ການປະກອບສ່ວນດ້ານການເງິນເພື່ອແກ້ໄຂສະພາບບໍ່ມີທາງອອກການເຈລະຈາປະຈຸບັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ