ອີຢູໃຫ້ຄຳໝັ້ນສັນຍາ ສະໜອງບ້ວງເງິນອຸ ປະຖຳຫຼາຍຖ້າບັນລຸ ໄດ້ສັນຕິພາບຢູ່ ຕາເວັນອອກກາງ
ປະທານາທິບໍດີ ອິດສະຣາແອນຢືນຢັນ:
ຂໍ້ຕົກລົງສະຕິພາບຈະບັນລຸໄດ້ໃນເດືອນໜ້າ
(ພາບ: . THX/TTXVN)
(vovworld)- ວັນທີ 16/12, ສະຫະພາບເອີລົບ (ອີຢູ) ໄດ້ຍົກອອກຄຳໝັ້ນສັນຍາກ່ຽວກັບປ້ວງເງິນອຸປະຖຳ “ທີ່ບໍ່ເຄີຍມີມາ“ ໃຫ້ແກ່ ປາແລດສະຕິນ ແລະ ອິດສະຣາແອນ ຖ້າສອງຝ່າຍບັນລຸໄດ້ຂໍ້ຕົກລົງສັນຕິພາບສະບັບສຸດທ້າຍ. ໃນຂະນະທີ່ໄດ້ຕີລາຄາຄວາມມານະພະຍາຍາມຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໃນການຊຸກຍູ້ຮອບເຈລະຈາສັນຕິພາບຢູ່ຕາເວັນອອກກກາງຄັ້ງຕ່າງໆ ຫວ່າງມໍ່ໆມານີ້, ບັນດາທ່ານລັດຖະມົນຕີການຕ່າງປະເທດອີຢູ ເນັ້ນໜັກວ່າ: 28 ປະເທດສະມາຊິກຂອງກຸ່ມໄດ້ເຫັນດີເປັນເອກະສັນຈະສະໜອງບ້ວງເງິນ “ປະກອບທີ່ແທດຈິງ“ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຊື່ງຈະນຳມາເຊິ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ພາກພື້ນ. ຕາມຄຳໝັ້ນສັນຍາດັ່ງກ່າວແລ້ວ, ອີຢູ ຈະສະໜອງບັນດາບ້ວງເງິນອຸປະຖຳດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດໃຫ້ທັງ ປາແລດສະຕິນ ແລະ ອິດສະຣາແອນ, ພ້ອມກັນນັ້ນຈະສະໜອງຂໍ້ກຳນົດ “ຄູ່ຮ່ວມມືໃຫ້ບຸລິມະສິດພິເສດ“, ອະນຸຍາດໃຫ້ຝ່າຍຕ່າງໆສຳພັດກັບບັນດາຕະຫຼາດທີ່ກ້ວາງໃຫ່ຍ ຂອງອີຢູ, ເປີດກ້ວາງການພົວພັນແລກປ່ຽນດ້ານວັດທະນະທຳ, ຮ່ວມສຳພັນຕາໜ່າງວິທະຍາສາດເຕັກນິກ ແລະ ສ້າງເງື່ອນໄຂບຸລິມະສິດດ້ານການຄ້າ ແລະ ການລົງທຶນ ກໍ່ຄືຊຸກຍູ້ບັນດາເວທີປາໄສໂອ້ລົມສົນທະນາການເມືອງ ແລະ ການຮ່ວມມືດ້ານປ້ອງກັນຄວາມສະຫງົບໃນກໍລະນີຂໍ້ຕົກລົງສັນຕິພາບສະບັບສຸດທ້າຍໄດ້ຮັບການລົງນາມ./.