(vovworld) – ວັນທີ 22/7, ໃນກອງປະຊຸມຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ ສະຫະພາບ ເອີລົບ (ອີຢູ) ຮຽກຮ້ອງໃຫ້ກອງທັບ ອີຢິບ ເປີດຊ່ອງທາງໃຫ້ແກ່ວິວັດການມອບໂອນປະຊາທິປະໄຕ, ສັນຕິພາບ ພາຍຫຼັງກຳລັງນີ້ປົດຕຳແໜ່ງປະທານາທິບໍດີ Mohamad Morsi ໃນຕົ້ນເດືອນນີ້. ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ການຜັນແປຢູ່ ອີຢິບ, ບັນດາລັດຖະມົນຕີ ອີຢູ ຮັບຮູ້ວ່າ “ກຳລັງປະກອບອາວຸດ ອີຢິບ ບໍ່ຄວນມີບົດບາດການເມືອງໃນພື້ນຖານປະຊາທິປະໄຕ”, ແທນທີນັ້ນ “ຕາມຫຼັກການ, ເຂົາເຈົ້າຕ້ອງຮັບຮອງ ແລະ ເຄົາລົບສິດອຳນາດພົນລະເຮືອນຕາມຂໍ້ກຳນົດຂອງລັດຖະທຳມະນູນ”. ລັດຖະມົນຕີການຕ່າງປະເທດບັນດາປະເທດ ອີຢູ ຢືນຢັນວ່າ: ປະຈຸບັນແມ່ນຈຸດເວລາສຳຄັນທີ່ສຸດເພື່ອໃຫ້ ອີຢິບ ເລີ່ມກ້າວເຂົ້າສູ່ໄລຍະຂ້າມຜ່ານ, ອະນຸຍາດໃຫ້ການມອບໂອນສິດອຳນາດໃຫ້ເປັນລັດຖະບານພົນລະເຮືອນ ແລະ ໄດ້ຮັບການເລືອກຕັ້ງຢ່າງປະຊາທິປະໄຕ.
ກໍ່ໃນກອງປະຊຸມນີ້, ບັນດາລັດຖະມົນຕີການຕ່າງປະເທດ ອີຢູ ກໍ່ຮຽກຮ້ອງໃຫ້ ອີຢິບ ຢຸດຕິການເຄື່ອນໄຫວຈັບຕົວດ້ວຍຈຸດໝາຍດ້ານການເມືອງ ແລະ ປ່ອຍຕົວໃຫ້ບັນດານັກການເມືອງ, ໃນນັ້ນມີທ່ານປະທານາທິບໍດີຜູ້ຖືກປົດຕຳແໜ່ງ Morsi.