ອີຢູ ເພີ່ມທະວີ ບັນດາມາດຕະການປ້ອງກັນຄວາມສະຫງົບພາຍໃນກຸ່ມ
ການກູ້ໄພກູ້ຊີບບົນທະເລ ຂອງກຸ່ມ ອີຢູ
(ພາບ: AFP/TTXVN)
(vovworld) – ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ລັດຖະມົນຕີກະຊວງຍຸຕິທຳ ແລະ ກະຊວງພາຍໃນບັນດາປະເທດສະມາຊິກສະຫະພາບ ເອີລົບ ປຶກສາຫາລືທີ່ກອງປະຊຸມເປັນເວລາ 2 ວັນຢູ່ Luxemboug. ໂດຍລະອຽດແມ່ນ, ບັນດາລັດຖະມົນຕີໄດ້ປຶກສາຫາລື ກ່ຽວກັບເລື່ອງຮັກສາລະບົບຂໍ້ມູນ, ຕ້ານການເຮັດເງິນ ເອີໂຣ ປ່ອມ, ເລື່ອງໄປມາຢ່າງເສລີຂອງປະຊາຊົນ. ບັນດາລັດຖະມົນຕີກະຊວງຍຸຕິທຳ ກໍ່ໄດ້ປຶກສາຫາລືກ່ຽວກັບປັດໄຈສຳຄັນຂອງການກຳນົດລວມໃນການຮັກສາລະບົບຂໍ້ມູນທີ່ໄດ້ຮັບຖືວ່າແມ່ນຫຼັກການປະຕູດຽວຂອງ ອີຢູ. ຄຽງຄູ່ກັນນັ້ນ, ບັນດາລັດຖະມົນຕີກໍ່ໄດ້ຮັບຮອງເອົາຂໍ້ຕົກລົງກັບສະພາ ເອີລົບ ເພື່ອປົກປ້ອງສະກຸນເງິນລວມ ແລະ ບາງສະກຸນເງິນອື່ນຫຼີກລ້ຽງໄພເຮັດເງິນປ່ອມ, ພ້ອມທັງຊຸກຍູ້ຄວາມໝັ້ນຄົງຂອງ ພັນທະມິດເງິນຕາ ເອີລົບ ດ້ວຍວິທີເພີ່ມທະວີບັນດາມາດຕະການປົກປ້ອງສະກຸນເງິນທີ່ກຳລັງໃຊ້, ສົມທົບລະຫວ່າງລັດຖະບານ ແລະ ການຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະ ຍຸຕິທຳຂອງບັນດາປະເທດ ອີຢູ.