ພາບປະກອບ:internet
|
(vovworld)- ວັນທີ 17/9, ທ່ານນາຍົກລັດຖະມົນຕີ ອີຣັກ Haidar al Abadi ຖືວ່າ ບັນດາຄວາມມານະພະຍາຍາມຂອງປະຊາຄົມໂລກ ເພື່ອສະກັດກັ້ນການເຄື່ອນໄຫວຂອງບັນດາມືປືນກໍ່ການຮ້າຍທີ່ຂຶ້ນກັບລັດອິດສະລາມ IS ຄວນປະຕິບັດທັງຢູ່ ອີຣັກ ແລະ ປະເທດບ້ານໃກ້ເຮືອນຄຽງ ຊີຣີ. ຕາມທ່ານນາຍົກລັດຖະມົນຕີ ອີຣັກ Haidar al Abadi ແລ້ວ, ການຕໍ່ສູ້ຕ້ານ IS ຍັງຄົງສືບຕໍ່ດຳເນີນຈົນເຖິງເມື່ອກຳລັງນີ້ຖືກດັບສູນ ຢູ່ ຊີຣີ, ນີ້ແມ່ນຄວາມຮັບຜິດຊອບຂອງປະຊາຄົມໂລກ ພາຍໃຕ້ບົດບາດຊີ້ນຳນຳພາຂອງ ອາເມລິກາ. ທ່ານນາຍົກລັດຖະມົນຕີ Abadi ຢືນຢັນວ່າ: ຜືນແຜນດິນອັນຄົບຖ້ວນຂອງ ຊີຣີ ມີຄວາມໝາຍສຳຄັນສຳລັບ ອີຣັກ. ທ່ານ Abadi ກໍຮັບຮູ້ວ່າ ການພົວພັນລະຫວ່າງສອງປະເທດຍັງມີຄວາມບໍ່ລົງລອຍກັນຈຳນວນຫນຶ່ງ ແຕ່ ອີຣັກ ບໍ່ຢາກໃຫ້ເກີດບັນດາບັນຫາກັບປະເທດບ້ານໃກ້ເຮືອນຄຽງ.