ບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມ P5+1 ແລະ ຜູ້ຕາງໜ້າຂັ້ນສູງ ອີຢູ Federica Mogherini (ກາງ)
(ພາບ: AFP/TTXVN)
|
(vovworld) – ຕາມສຳນັກຂ່າວສານ SANA ແລ້ວ, ວັນທີ 8/7, ນັກການທູດຂັ້ນສູງຜູ້ໜຶ່ງຂອງປະເທດນີ້ໃຫ້ຮູ້ວ່າ: ເຕເຮຣານ ໄດ້ຍົກອອກ “ບັນດາມາດຕະການທີ່ມີລັກສະນະສ້າງສັນ” ເພື່ອແກ້ໄຂຄວາມບໍ່ລົງລອຍກັນໃນການເຈລະຈາກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແມ່ນ ອັງກິດ, ຝຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ກ່ຽວກັບບັນຫານິວເຄຼຍຂອງ ອີຣານ. ນັກການທູດຜູ້ນີ້ຍອມຮັບວ່າ ອີຣານ ໄດ້ຍົກອອກບັນດາມາດຕະການໃນຄວາມມານະພະຍາຍາມເພື່ອຜ່ານຜ່າບັນດາຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງແນໃສ່ບັນລຸຂໍ້ຕົກລົງຮອບດ້ານກັບກຸ່ມ P5+1. ເຖິງຢ່າງໃດກໍຕາມ, ແຫຼ່ງຂ່າວຢັ້ງຢືນວ່າ: ບັນດານັກເຈລະຈາ ອີຣານ ຈະບໍ່ປ່ຽນແປງບັນດາ “ຂໍ້ກຳນົດແດງ”. ແຫຼ່ງຂ່າວດັ່ງກ່າວໄດ້ຍົກອອກມາໃນສະພາບການອີຣານ ພວມກະຕຸກຊຸກຍູ້ບັນດາປະເທດມະຫາອຳນາດໃນໂລກ ຍຸບເລີກຄຳສັ່ງຂວ້ຳບາດດ້ານອາວຸດຂອງ ສປຊ ທີ່ມີຕໍ່ ເຕເຮຣານ, ເນັ້ນໜັກວ່າ: ນີ້ແມ່ນຮົ້ວກີດຂວາງໃນວິວັດການເຈລະຈາເພື່ອບັນລຸຂໍ້ຕົກລົງສຸດທ້າຍພາຍຫຼັງບັນດາຝ່າຍເຈລະຈາຕ້ອງແກ່ຍາວວິວັດການເຈລະຈາຕື່ມອີກ 2 ວັນ.