ອີຣານປະກາດຈຸດເວລາເຊື່ອມຕໍ່ການເຈລະຈານິວເຄຼຍກັບກຸ່ມP5+1
ການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1 ເມື່ອວັນທີ 31/3.
(ພາບ: AFP/TTXVN)
|
(vovworld) - ວັນທີ 14/4, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ທັງເປັນຫົວໜ້າຄະນະເຈລະຈານິວເຄຼຍຂອງ ອີຣານ Mohammad Javad Zarif ໃຫ້ຮູ້ວ່າ: ການເຈລະຈາດ້ານນິວເຄຼຍລະຫວ່າງ ອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ຈະໄດ້ຮັບການເຊື່ອມຕໍ່ໃນວັນທີ 21/4. ນີ້ຈະແມ່ນການພົບປະຄັ້ງທຳອິດນັບແຕ່ເມື່ອ ອີຣານ ແລະ ກຸ່ມ P5+1 ບັນລຸໄດ້ບັນດາບາດກ້າວສຳຄັນກ່ອນນີ້ 2 ອາທິດ. ກ່າວຄຳເຫັນທີ່ນະຄອນຫຼວງ Madrid ໃນການຢ້ຽມຢາມ ແອດສະປາຍ, ທ່ານ Zarif ໄດ້ແຈ້ງໃຫ້ບັນດາຜູ້ຮ່ວມງານຂອງທ່ານ ທັງເປັນຄູ່ຕຳແໜ່ງຮອງຫົວໜ້າ ຂອງຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບ ເອີລົບ Federica Mogherini ແລະ ບັນດານັກຊ່ຽວຊານການຕ່າງປະເທດຂັ້ນສູງອື່ນໆຂອງກຸ່ມ P5+1 ໄດ້ຮັບຊາບວ່າຈະພົບປະໃນວັນທີ 21/4, ເພື່ອເລີ່ມຕົ້ນວິວັດການຮຽບຮຽງບັນດາເອກະສານຂອງການເຈລະຈາ.