(ພາບປະກອບ)
(vovworld) - ວັນທີ 23/02, ອົງການພະລັງງານປະລະມານູອີຣານ (AEOI) ໄດ້ແຈ້ງວ່າ ປະເທດນີ້ມີແຜນການກໍ່ສ້າງ 16 ໂຮງງານໄຟຟ້ານິວເຄຼຍຢູ່ບັນດາສະຖານທີ່ແຕກຕ່າງກັນໃນທົ່ວປະເທດ. ບັນດາໂຄງການດັ່ງກ່າວນອນໃນແຜນການໄລຍະຍາວຂອງອີຣານ ເພື່ອຊຸກຍູ້ການຜະລິດໄຟຟ້າຜ່ານການພັດທະນາບັນດາໂຮງງານໄຟຟ້ານິວເຄຼຍ ແລະ ເໝາະສົມກັບບັນດາຂໍ້ກຳນົດຂອງສາກົນ. ຖະແຫຼງການຂອງອີຣານ ຖືກຍົກອອກມາກ່ອນທີ່ຮອບເຈລະຈານິວເຄຼຍລະຫວ່າງອີຣານ ແລະ ກຸ່ມ P5+1, ເຊິ່ງລວມມື 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ, ເຊິ່ງຄາດວ່າຈະດຳເນີນໄປຢູ່ນະຄອນ Almaty ຂອງ ກາຣັກສຖານ ໃນວັນທີ 26/02 ຈະມາເຖິງ.