(vovworld) – ວັນທີ 15/08, ອົງການພະລັງງານປະລະມານູສາກົນ (IAEA), ໄດ້ມອບໃຫ້ອົງການນີ້ບັນດາຂໍ້ມູນກ່ຽວຂ້ອງເຖິງໂຄງການນິວເຄຼຍ ກ່ອນນີ້. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວໃໝ່ ເພື່ອແນໃສ່ຕອບສະໜອງເງື່ອນໄຂເພື່ອສາມາດຫຼຸດຜ່ອນບັນດາມາດຕະການລົງໂທດຕໍ່ອີຣານ ຕາມຂໍ້ຕົກລົງຮອບດ້ານທີ່ມີລັກສະນະປະຫວັດສາດ, ເຊິ່ງອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ເມື່ອເດືອນ 07. ຖ້າຫາກອີຣານ ແກ້ໄຂທຸກບັນຫາຄວາມສົງໄສກ່ອນນີ້ຂອງ IAEA ແລະ ອົງການນີ້ກໍໃຫ້ຂໍ້ສະຫຼຸບວ່າ ອີຣານ ໄດ້ຮັດແຄບໂຄງການນິວເຄຼຍໃນປະຈຸບັນ, ບັນດາມາດຕະການລົງໂທດໂດຍອາເມລິກາ, ສະຫະພາບເອີລົບ, ສະຫະປະຊາຊາດ ຈັດວາງຕໍ່ອີຣານ ຈະຖືກຍົກເລີກ. ມາຮອດປະຈຸບັນ, ຍາມໃດອີຣານ ກໍປະຕິເສດເລື່ອງຊອກຫາອາວຸດນິວເຄຼຍ ແລະ ຢືນຢັນວ່າ, ສິດພັດທະນາເຕັກໂນໂລຊີນິວເຄຼຍ ເພື່ອຈຸດໝາຍສັນຕິພາບ.