ອີຣານຢາກຮ່ວມມືແລະເຊື່ອມຕໍ່ໃນພາກພື້ນ

ອີຣານຢາກຮ່ວມມືແລະເຊື່ອມຕໍ່ໃນພາກພື້ນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani
(ພາບ​ປະ​ກອບ: AFP/TTXVN)


(vovworld) - ວັນ​ທີ 26/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ Hassan Rouhani ໄດ້​ຮຽກ​ຮ້ອງ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ ແລະ ເຊື່ອມ​ຕໍ່​ພາກ​ພື້ນ ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ສະ​ຖຽນ​ລະ​ພາບ​ຢູ່ອາ​ຊີ​ໃຕ້. ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​​ປາ​ກິດ​ສະ​ຖານ, ທ່ານ Rouhani ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ເຈົ້າ​ພາບ Nawaz Sharif ເພື່ອ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ​່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ເລື່ອງ​ເພີ່ມ​ທະ​ວ​ີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ປະ​ເທດ ແລະ ພ້ອ​ມ​ກັນ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກ່ອນ​ໜ້ານັ້ນ, ການ​ນຳ 2 ທ່ານ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ດ້ານ​ກາ​ນ​ຄ້າ ແລະ ເສດ​ຖ​ະ​ກິດ 6 ສະ​ບັບ, ລ​ວມ​ທັງ​ແຜນ​ການ​ຮ່ວມ​ມື​​ດ້ານການ​ຄ້າ​ຍຸດ​ທະ​ສາດ​ໄລ​ຍະ 5 ປີ ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ກົນ​ໄກ​ແກ​້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ອາດຈະ​ກໍ​ຄວາມ​ເສຍ​ຫາຍ​ດ​້​ານ​ການ​ຄ​້າ 2 ຝ່າຍ.

ຂ່າວ/ບົດ​ອື່ນ