(VOVWORLD) -ວັນທີ 27 ກຸມພາ, ອີຣານຢັ້ງຢືນຈະບໍ່ປະນີປະນອມໃນການເຈລະຈາດ້ານນິວເຄຼຍ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕາເວັນຕົກ ມີວິທີການສຳຜັດຢ່າງແທດຈິງກ່ວາ ໃນບັນຫານີ້.
ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian (ພາບ: AFP/TTXVN) |
ກ່າວຄຳຫັນທີ່ການເຈລະຈາທາງໂທລະສັບ ກັບຜູ້ຕາງໜ້າຂັ້ນສູງ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງ ສະຫະພາບ ເອີລົບ (EU) Joseph Borrell, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ອີຣານ Hossein Amir Abdollahian, ເນັ້ນໜັກວ່າ ການຄັດເລືອກທີ່ເດັດດ່ຽວຂອງອີຣານ ແມ່ນບໍ່ກາຍເສັ້ນແດງ” ໃນການເຈລະຈາເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍ 2015, ເຊິ່ງຍັງໄດ້ເອີ້ນວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA).
ສ່ວນທ່ານ Joseph Borrell ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມານະພະຍາຍາມຂອງທຸກຝ່າຍທີ່ເຂົ້າຮ່ວມການເຈລະຈາ, ພ້ອມທັງເນັ້ນໜັກວ່າ ການເຈລະຈາຢູ່ວຽນນາ ບັນລຸເຖິງຂັ້ນຕອນສຳຄັນ ແລະ ທຸກຝ່າຍຄວນຍົກອອກຂໍ້ຕົກລົງທີ່ເຂັ້ມງວດ.