ຜູ້ຕາງໜ້າອີຣານ ແລະ 6 ປະເທດ
(ພາບ: Reuters)
(vovworld) - ພາຍຫຼັງ 11 ປີ ແລະ ການເຈລະຈາ ແລະ 18 ວັນແຫ່ງການເຈລະຈາດ່ວນ ແລະ ເຄັ່ງຕຶງຢູ່ນະຄອນຫຼວງ ວຽນ, ປະເທດອົດຕະລິດ, ວັນທີ 14/7, ອີຣານແລະກຸ່ມP5+1 (ເຊິ່ງລວມມີອາເມລິກາ, ລັດເຊຍ, ຈີນ, ຝລັ່ງ, ອັງກິດ ແລະ ເຢັຍລະມັນ) ບັນລຸໄດ້ຂໍ້ຕົກລົງ “ປະຫວັດສາດ”. ຕາມຂໍ້ຕົກລົງດັ່ງກ່າວ, ບັນດາມາດຕະການລົງໂທດເຊິ່ງອາເມລິກາ, ພັນທະພາບເອີລົບ (ອີຢູ), ສະຫະປະຊາຊາດ (ສປຊ) ທີ່ຈັດວາງຕໍ່ລັດອິດສະລາມນີ້ ຈະຖືກຍຸບເລີກ, ແທນທີ່ນັ້ນ, ອີຣານຈະຕ້ອງຮັບຮູ້ຈຳກັດໂຄງການພັດທະນານິວຄະເລຍ ເຊິ່ງຝ່າຍຕາເວັນຕົກສົງໃສວ່າ ເພື່ອຈຸດປະສົງຜະລິດລະເບີດ. ອີຣານຈະອະນຸຍາດໃຫ້ບັນດານັກກວດກາ ສປຊ ມາຕິດຕາມກວດກາບັນດາຮາກຖານການທະຫານ. ຄຳສັ່ງລົງໂທດອາດຈະຟື້ນຟູຄືນໃໝ່ໃນຮອບເວລາ 65 ວັນ, ຖ້າຫາກອີຣານລະເມີດຂໍ້ຕົກລົງເຊິ່ງໄດ້ຮັບການເຫັນດີເປັນເອກະພາບກັບ 6 ປະເທດມະຫາອຳນາດຢູ່ໃນໂລກ, ຄຽງຂ້າງນັ້ນ, ຄຳສັ່ງຂວຳ້ບາດອາວຸດຂອງ ສປຊ ສືບຕໍ່ຮັກສາໄວ້ໃນໄລຍະ 5 ປີ ແລະ ຄຳສັ່ງຫ້າມອີຣານຊື້ເຕັກໂນໂລຢີລະເບີດນຳວິຖື ຈະຮັກສາໄວ້ໃນໄລຍະ 8 ປີ ອີກ. ຂໍ້ຕົກລົງລະຫວ່າງອີຣານ ແລະ P 5+1 ຈະເລີ່ມມີຜົນສັກສິດພາຍຫຼັງ 90 ວັນ, ນັບແຕ່ສະພາຄວາມໝັ້ນຄົງ ສປຊ ອອກມະຕິຮັບຮູ້ຂໍ້ຕົກລົງນີ້.