ປະທານາທິບໍດີ ອີຣານ Mahmoud Almadinejad ຢ້ຽມຢາມຮາກຖານນິວເຄຼຍ
(vovworld) - ວັນທີ 18/2, ບັນດານັກການທູດໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ : ອີຣານ ກະກຽມເປີດກວ້າງຂອບຂະຫນາດໃຫຍ່ໃຫ້ແກ່ໂຄງການນິວເຄຼຍຂອງປະເທດນີ້ ຢູ່ ຮາກຖານປີດລັບແຫ່ງຫນຶ່ງ. ຕາມວົງການນັກການທູດແລ້ວ, ເຕເຮຣານ ໄດ້ກະກຽມຮາກຖານນີ້ ເພື່ອຕິດຕັ້ງຈັກພົ້ນສູນລຸ້ນໃຫມ່ນັບພັນເຄື່ອງ. ບັນດາຈັກພົ້ນສູນນີ້ ສາດມາດຜະລິດ urani ເສີມທາດຢ່າງວ່ອງໄວ ແລະ ມີປະສິດທິຜົນຫລາຍກວ່າເມື່ອທຽບກັບຈັກພົ້ນສູນປະຈຸບັນ. ແລະກໍຕາມວົງການນັກການທູດແລ້ວ, ລະບົບໄຟຟ້າ, ລະບົບທໍ່ສົ່ງ ແລະ ອຸປະກອນຫນູນຊ່ວຍໃຫ້ແກ່ບັນດາຈັກພົ້ນສູນລຸ້ນໃຫມ່ນີ້ ລ້ວນແຕ່ໄດ້ກຽມພ້ອມແລ້ວ.
ກ່ຽວຂ້ອງເຖິງ ອີຣານ, ວັນທີ 18/2, ສຳນັກຂ່າວ IRNA ຂອງອີຣານ ໃຫ້ຮູ້ວ່າ: ບັນດາກຳປັ່ນຮົບຂອງ ອີຣານ ໄດ້ເຂົ້າທະເລເມດີຕາລາເນ ພາຍຫລັງຜ່ານຄອງທະເລ Suez ຂອງ ອີຢີບ. ນີ້ແມ່ນຄັ້ງທີ 2 ກຳປັ່ນຮົບຂອງ ອີຣານ ໄດ້ເຂົ້າທະເລເມດີຕາລາເນ. ຄັ້ງກ່ອນນີ້ແມ່ນໃນເດືອນ 2/2011, ກຳປັ່ນຮົບຂອງ ອີຣານ ໄດ້ເຂົ້າເຂດທະເລດັ່ງກ່າວ ກໍຄວາມຄັດຄ້ານຢ່າງແຮງຈາກ Ixraen ແລະ ອາເມລິກາ. ຊ້ຳບໍ່ໜຳ Ixraen ໄດ້ຈັດວາງທະຫານເຮືອຂອງຕົນຢູ່ໃນສະພາວະເຕືອນໄພສູງສຸດ.