ອີຣານ ກ່າວເຕືອນອາດຈະຟື້ນຟູໂຄງການນິວເຄຼຍ

(VOVWORLD) - ສຳນັກຂ່າວສານ Mehr ຂອງ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Natanzi ຮຽກຮ້ອງບັນດາປະເທດ ເອີລົບ ເຂົ້າຮ່ວມການເຊັນຂໍ້ຕົກລົງນິວເຄຼຍ ກ່ອນນີ້ 2 ປີຈົ່ງປົກປ້ອງຂໍ້ຕົກລົງນີ້ຕໍ່ໜ້າບັນດາເຈດຈຳນົງຫວັງມ້າງເພທຳລາຍຂອງ ອາເມລິກາ.
ອີຣານ ກ່າວເຕືອນອາດຈະຟື້ນຟູໂຄງການນິວເຄຼຍ - ảnh 1ທ່ານ Morteza Saffari Natanzi. (ພາບ: Mehr News) 

ວັນທີ 28 ຕຸລາ, ທ່ານ Morteza Saffari Natanzi, ສະມາຊິກຂອງກຳມາທິການນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ສະພາແຫ່ງຊາດ ອີຣານ, ກ່າວເຕືອນວ່າ ອີຣານ ຈະເຊື່ອມຕໍ່ໂຄງການນິວເຄຼຍດ້ວຍລະດັບທຳມະດາ, ຖ້າຫາກວ່າປະເທດນີ້ບໍ່ໄດ້ຮັບຜົນປະໂຫຍດຈາກຂໍ້ຕົກລົງນິວເຄຼຍປະຫວັດສາດເມື່ອປີ 2015, ເຊິ່ງໄດ້ຮັບການຮູ້ຈັກເຖິງແມ່ນແຜນການເຄື່ອນໄຫວຮອບດ້ານຮ່ວມ (JCPOA) ເຊິ່ງ ເຕເຮຣານ ບັນລຸໄດ້ກັບບັນຫາປະເທດມະຫາອຳນາດເມື່ອເດືອນ ກໍລະກົດ ປີ 2015. ສຳນັກຂ່າວສານ Mehr ຂອງ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Natanzi ຮຽກຮ້ອງບັນດາປະເທດ ເອີລົບ ເຂົ້າຮ່ວມການເຊັນຂໍ້ຕົກລົງນິວເຄຼຍ ກ່ອນນີ້ 2 ປີຈົ່ງປົກປ້ອງຂໍ້ຕົກລົງນີ້ຕໍ່ໜ້າບັນດາເຈດຈຳນົງຫວັງມ້າງເພທຳລາຍຂອງ ອາເມລິກາ. ທ່ານ Natanzi ຖະແຫຼງວ່າ ປະເທດ ສ. ອິດສະລາມ ອີຣານ ຈະຊຸກຍູ້ການເຄື່ອນໄຫວເສີມທາດ urani ເຖິງລະດັບ 20% ແລະ ຈະຟື້ນຟູໂຄງການນິວເຄຼຍຂອງຕົນຢູ່ໃນລະດັບກ່ອນຈຸດເວລາເຊັນ JCPOA, ຖ້າຫາກວ່າຂໍ້ຕົກລົງນີ້ຖືກຍົກເລີກ.

ຕອບກັບ

ຂ່າວ/ບົດ​ອື່ນ