ອີຣານ ຈັດຕັ້ງກອງປະຊຸມພົບປະສົນທະນາແຫ່ງຊາດ ຊີຣີ

(vovworld) - ວັນ​ທີ 17/11, ສຳນັກ​ຂ່າວສານ Mehr ຂອງ​ອີຣານ ​ໃຫ້​ຮູ້​ວ່າ: ວັນ​ທີ 18/11, ອີຣານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມພົບ​ປະ​ສົນທະນາ​​​ແຫ່ງ​ຊາດ ຊີຣີ ຢູ່ ນະຄອນຫລວງ ​ເຕ​ເຮຣານ ດ້ວຍ​ຈຸດໝາຍ ຫັນ​ວິວັດທະນາ​ການ​​ໄກ​່​ເກ​ຍປອງ​ດອງ​ລະຫວ່າງ​ບັນດາ​ຝ່າຍ​ຢູ່ ຊີຣີ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເພື່ອ​ຊອກ​ຫາ​ການ​ແກ້​ໄຂ​ໂດຍສັນຕິ​ວິທີ​ໃຫ້​ແກ່​ການ​ປະ​ທະ​ກັນ​ ຊື່​ງ​ແມ່ນ​ບັນຫາ​ທີ່​ພາກ​ພື້ນ ​ແລະ ​ໂລກ​ພວມ​ສົນ​ໃຈ. ມີ​ຜູ້​ຕ່າງ​ຫນ້າ​ຈາກ​ກຸ່ມ​ເຊື້ອ​ຊາດ​ຜິ​ວພັນ, ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ແລະ ​ຝ່າຍ​ຄ້ານ ກວ່າ 200 ຄົນ ພ້ອມ​ກັບ​ຜູ້ຕາງຫນ້າ​ຂອງ​ສະພາ​ແຫ່ງ​ຊາດ ຊີຣີ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ