ອີຣານ ຕັດສິນໃຈແກ້ໄຂ “ບັນຫາທີ່ເຂົ້າໃຈຜິດ” ກັບ IAEA
(VOVWORLD) - ອີຣານຈະບໍ່ປະໃຫ້ ມີບາງຖະແຫຼງການທີ່ບໍ່ມີບ່ອນອີງປະກົດມີຢູ່ຕາມ ພາຫະນະສື່ມວນຊົນຕ້ານຄືນບັນດາການເຄື່ອນໄຫວນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ຂອງປະເທດນີ້
ທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: AP) |
ວັນທີ 8 ພຶດສະພາ, ໂຄສົກກະຊວງການຕ່າງປະເທດອີີຣານ ໃຫ້ຮູ້ວ່າ ອີຣານ ມີຄວາມເຂັ້ມງວດໃນການແກ້ໄຂບັນດາບັນຫາທີ່ເຂົ້າໃຈຜິດ ກັບອົງການພະລັງງານປະລາມານູສາກົນ (IAEA). ຕາມທ່ານ Nasser Kanaani ໂຄສົກກະຊວງການຕ່າງປະເທດ ອີຣານແລ້ວ, ການຕິດຕັ້ງບັນດາກອງວົງຈອນຕິດຕາມກວດກາຂອງ IAEA ຢູ່ບັນດາຮາກຖານນິວເຄຼຍຂອງ ອີຣານແມ່ນນອນໃນຂອບເຂດຂໍ້ຕົກລົງທີ່ບັນລຸໄດ້ກ່ອນນັ້ນ ລະຫວ່າງປະເທດນີ້ ແລະ IAEA. ສ່ວນອີຣານ ພວມປະຕິບັດຕາມຂັ້ນຕອນທີ່ໄດ້ຮັບການເຫັນດີເປັນເອກະພາບໃນການໄປຢ້ຽມຢາມເຕເຮຣານ ຂອງ ທ່ານຜູ້ອຳນວຍການໃຫຍ່ IAEA Rafael Grossi ໃນຕົ້ນເດືອນມີນາ ຜ່ານມາ. ອີຣານຈະບໍ່ປະໃຫ້ ມີບາງຖະແຫຼງການທີ່ບໍ່ມີບ່ອນອີງປະກົດມີຢູ່ຕາມ ພາຫະນະສື່ມວນຊົນຕ້ານຄືນບັນດາການເຄື່ອນໄຫວນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ຂອງປະເທດນີ້, ກໍ່ຄືບໍ່ປະໃຫ້ບັນດາຂໍ້ມູນນີ້ ກໍ່ຜົນສະທ້ອນຕໍ່ການຮ່ວມມືກັບ IAEA