ອີຣານ ປະກາດບັນລຸໄດ້ຂໍ້ຕົກລົງກ່ຽວກັບຄວາມແຕກຕ່າງກັນໃນຫຼາຍບັນຫາຕົ້ນຕໍ ຂອງການເຈລະຈານິວເຄຼຍ
(VOVWORLD) -ອີຣານ ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງສຸດທ້າຍ ກ່ອນທີ່ດຳເນີນການມອບໂອນລັດຖະບານໃຫ້ແກ່ປະທານາທິບໍດີຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງ ຢູ່ ອີຣານ.
ການເຈລະຈາຢູ່ ວຽນ, ປະເທດ ໂອຕາລິດ ບັນລຸສັນຍານຕັ້ງໜ້າ (ພາບ: Reuters/ skynewsarabia) |
ວັນທີ 22 ມິຖຸນາ, ທ່ານ Ali Rabiei ໂຄສົກຂອງລັດຖະບານ ອີຣານ ໃຫ້ຮູ້ວ່າ ບັນລຸໄດ້ຂໍ້ຕົກລົງກ່ຽວກັບຄວາມແຕກຕ່າງກັນໃນຫຼາຍບັນຫາຕົ້ນຕໍຂອງການເຈລະຈາ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ຢູ່ ວຽນ, ປະເທດ ໂອຕາລິດ, ພ້ອມທັງເນັ້ນໜັກວ່າ ອີຣານ ພວມລໍຄອຍຄຳຕັດສິນຂອງ ອາເມລິກາ ໃນບັນຫານີ້.
ທ່ານ Ali Rabiei ກໍອະທິບາຍຕື່ມອີກວ່າ ບັນດາຄວາມແຕກຕ່າງກັນເກືອບທັງໝົດ ແມ່ນກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ ເຊິ່ງບັນດາຝ່າຍໄດ້ເຫັນດີເຫັນພ້ອມ ແລະ ເອກະສານກ່ຽວຂ້ອງຕ່າງໆ ເຊິ່ງໄດ້ກະກຽມໄວ້. ອີຣານ ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງສຸດທ້າຍ ກ່ອນທີ່ດຳເນີນການມອບໂອນລັດຖະບານໃຫ້ແກ່ປະທານາທິບໍດີຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງ ຢູ່ ອີຣານ. ທ່ານ Ali Rabiei ສະແດງຄວາມເຊື່ອໝັ້ນໂດຍຖືວ່າ ຮອບເຈລະຈາຕໍ່ໄປ ອາດຈະແມ່ນການເຈລະຈາຮອບສຸດທ້າຍ.
ຕ໊ວນຫງວຽນ - ນັກຂ່າວ VOV ປະຈຳ ອີຢິບ.