(vovworld) - ວັນທີ 06 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ຮຽກຮ້ອງໃຫ້ກຸ່ມ P5+1 (ເຊິ່ງລວມມີ ອັງກິດ, ລັດເຊຍ, ຝລັ່ງ, ອາເມລິກາ, ຈີນ ແລະ ເຢຍລະມັນ) ຍົກອອກບັນດາຂໍ້ສະເໜີໃໝ່ທີ່ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງ ເຕເຣຣານ, ຄາດວ່າຈະໄດ້ເຊື່ອມຕໍ່ໃນວັນທີ 15 ຕຸລາ ຈະມາເຖິງ. ທ່ານລັດຖະມົນຕີການຕ່າງປະເທດ Mohammad Javad Zarif ຢືນຢັນວ່າ ຂໍ້ສະເໜີກ່ອນນັ້ນຂອງກຸ່ມ P5+1 ທີ່ການເຈລະຈາ 2 ຄັ້ງຢູ່ ກາຣັກສຖານ ເມື່ອເດືອນ ກຸມພາ ແລະ ເມສາ ຜ່ານມາ ບໍ່ມີຄູນຄ່າອີກແລ້ວ. ບັນດາຂໍ້ສະເໜີເກົ່າຖືກຍົກອອກມາ ກ່ອນການເລືອກຕັ້ງເຊິ່ງທ່ານປະທານາທິບໍດີອີຣານ Hassan Rouhani ຍາດໄດ້ໄຊຊະນະເມື່ອເດືອນ ມີຖຸນາ ຜ່ານມາ, ຮຽກຮ້ອງໃຫ້ເຕເຣຣານ ຕ້ອງຢຸດຕິໂຄງການເສີມທາດ uranium ໃນລະດັບ 20% ແລະ ຢຸດຕິໂຄງການເສີມທາດ uranium ຢູ່ນະຄອນ Qom.