ອີຣານ ຮຽກໂຮມກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ P5+1
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດຂອງປະເທດນີ້ Mohammad Javad Zarif ຈະຊຸກຍູ້ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ລະຫວ່າງ ອີຣານ ແລະ ກຸ່ມ P5+1
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif
(ພາບ: AFP/TTXVN)
|
ອີຣານ ພວມຮຽກໂຮມ ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ກຸ່ມ P5+1 (ເຊິ່ງລວມມີ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ພ້ອມກັບ ເຢຍລະມັນ) ເພື່ອແນໃສ່ແກ້ໄຂນະໂຍບາຍຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບຂໍ້ຕົກລົງນິວເຄຼຍ ປະຫວັດສາດ, ຢູ່ນອກກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຶ່ງຄາດວ່າ ຈະຈັດຂຶ້ນແຕ່ວັນທີ 12 -25 ກັນຍາ ຢູ່ນິວຢອກ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ເຕເຮຣານ ໃນວັນທີ 27 ສິງຫາ, ທ່ານ Ali Akbar Salehi, ຜູ້ນຳໜ້າອົງກາພະລັງງານປະລະມານູ ອີຣານ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີການຕ່າງປະເທດຂອງປະເທດນີ້ Mohammad Javad Zarif ຈະຊຸກຍູ້ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ລະຫວ່າງ ອີຣານ ແລະ ກຸ່ມ P5+1. ແລະກໍ່ໃນວັນດຽວກັນ, ພົນຈັດຕະວາ Hassan Firouzabadi, ທີ່ປຶກສາການທະຫານຂັ້ນສູງຂອງການນຳສູງສຸດ ອີຣານ, ຖະແຫຼງວ່າ ເລື່ອງກວດກາບັນດາກົມກອງການທະຫານຂອງປະເທດນີ້ດ້ວຍສາຍເຫດຂໍ້ຕົກລົງນິວເຄຼຍສາກົນແມ່ນບໍ່ສາມາດປະຕິບັດໄດ້. ສາຍເຫດແມ່ນຂໍ້ຕົກລົງນີ້ໄດ້ຮັບການລົງນາມລະຫວ່າງ ອີຣານ ແລະ ກຸ່ມ P5+1 ບໍ່ອະນຸຍາດໃຫ້ການກວດກາບັນດາຮາກຖານການທະຫານຂອງອີຣານ.