ອີຣານ ເລີ່ມຈົດທະ ບຽນຜູ້ອອກສະໝັກ ຮັບເລືອກຕັ້ງເປັນ ປະທານາທິບໍດີ
(ພາບປະກອບ)
(vovworld) - ສຳນັກຂ່າວສານແຫ່ງລັດອີຣານ IRNA ໃຫ້ຮູ້ວ່າ, ວັນທີ 07/05, ປະເທດນີ້ໄດ້ໃຫ້ຈົດທະບຽນຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີຄັ້ງທີ 11 ຢ່າງເປັນທາງການເຊິ່ງຄາດວ່າຈະດຳເນີນໄປໃນວັນທີ 14/06 ຈະມາເຖິງ. ພາຍຫຼັງຈົດທະບຽນ 5 ວັນ, ແຕ່ວັນທີ 12 – 16/05, ສະພາລັດຖະທຳມະນູນຈະຈັດກອງປະຊຸມເພື່ອພິຈາລະນາຢ່າງລະອຽດບັນດາຜູ້ອອກສະໝັກຮັບເລືອກຕັ້ງ ແລະ ປິດບັນຊີລາຍຊື່. ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ທີ່ຈະຖືກສະພາລັດຖະທຳມະນູນລົບຊື່ຈະມີ 5 ວັນເພື່ອຮ້ອງຟ້ອງ ແລະ ຫຼັງຈາກນັ້ນ ເມື່ອມີຊື່ໃນບັນຊີລາຍຊື່ສຸດທ້າຍ ບັນດາຜູ້ອອກສະໝັກຮັບເລືອກຕັ້ງຈະມີເວລາຫາສຽງເລືອກຕັ້ງຮອດວັນທີ 12/06, ກ່ອນທີ່ດຳເນີນການເລືອກຕັ້ງຢ່າງເປັນທາງການ 2 ວັນ. ລັດຖະທຳມະນູນອີຣານ ກຳນົດວ່າ ປະທານາທິບໍດີມີອາຍຸການ 4 ປີ, ຕ້ອງເປັນຜູ້ເຊື່ອຖືສາສະໜາອິດສລາມ ແລະ ບໍ່ໄດ້ດຳລົງຕຳແໜ່ງລື່ນກ່າຍ 2 ອາຍຸການລຽນຕິດ. ຕາມບັນດາຂໍ້ກຳນົດດັ່ງກ່າວ, ທ່ານປະທານາທິບໍດີຄົນປະຈຸບັນ Mahmouh Ahmedinejad ບໍ່ໄດ້ອອກສະໝັກຮັບເລືອກຕັ້ງໃນຄັ້ງນີ້ ຍ້ອນມີ 8 ປີຢ່າງລ້ຽນຕິດດຳລົງຕຳແໜ່ງເປັນປະທານາທິບໍດີ. ຄາດວ່າ, ທ່ານປະທານນາທິບໍດີ Ahmedinejad ຈະສະເໜີຜູ້ຊ່ວຍວຽກຂອງທ່ານແມ່ນທ່ານ Esfandiar Rahim Mashaie ອອກສະໝັກຮັບເລືອກຕັ້ງ.