(vovworld) – ອີຣານ ແລະ IAEA ເປັນເອກະພາບຈັດກອງປະຊຸມກ່ຽວກັບໂຄງການນິວເຄຼຍໃນວັນທີ 15/04. ທີ່ການພົບປະທີ່ມີລັກສະນະເຕັກນິກນີ້, ບັນດານັກຊ່ຽວຊານອີຣານ ແລະ ອົງການພະລັງງານປະລະມານຸສາກົນ (IAEA) ຈະປຶກສາຫາລືກ່ຽວກັບການປະຕິບັດບັນດາມາດຕະການໃນຂໍ້ຕົກລົງແມ່ທີ່ຫາກໍ່ບັນລຸໄດ້. ນີ້ຈະແມ່ນການພົບປະຄັ້ງທຳອິດຂອງວົງການເຈົ້າໜ້າທີ່ 2 ຝ່າຍ ນັບແຕ່ເມື່ອອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສປຊ ແມ່ນ: ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ຂໍ້ຕົກລົງແມ່ແນໃສ່ສະກັດກັ້ນໂຄງການນິວເຄຼຍຂອງເຕເຣຣານ ເພື່ອແລກເອົາເລື່ອງຜ່ອນຄາຍຄຳສັ່ງລົງໂທດສຳລັບປະເທດອິດສລາມນີ້. ຄາດວ່າ, IAEA ຈະບັນລຸໄດ້ຄວາມກ້າວໜ້າໃນວຽກງານສືບສວນບັນດາການເຄື່ອນໄຫວນິວເຄຼຍໃນເມື່ອກອນ ແລະ ໃນປະຈຸບັນຂອງອີຣານ ໃນເດືອນ 04 ນີ້. ໃນຂະນະນັ້ນ, ບັນດານັກການທູດມີຄວາມວິຕົກກັງວົນວ່າ ກ່ອນທີ່ອີຣານ ແລະ ບັນດາປະເທດມະຫາອຳນາດບັນລຸໄດ້ຂໍ້ຕົກລົງດ້ານການເມືອງສຸດທ້າຍ, ການສືບສວນຂອງ IAEA ມີແຕ່ບັນລຸໄດ້ຄວາມຄືບໜ້າໜ້ອຍໜຶ່ງເທົ່ານັ້ນ.