ທ່ານ ຮ່າກີມງອກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ
ແລະ ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ
ປະຈຳຫວຽດນາມ
ພາບ:thegioithoidai
|
(vovworld)- ວັນທີ 1/12, ຄະນະຜູ້ແທນ ກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານ ຮ່າກີມງອກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດນຳຫນ້າ ໄດ້ມາສະຖານທູດ ລາວ ຢູ່ ຮ່າໂນ້ຍ ເພື່ອອວຍພອນ 41 ປີແຫ່ງວັນຊາດ ລາວ (2/12/1975-2/12/2016). ທ່ານ ຮ່າກີມງອກ ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາໝາກຜົນການຮ່ວມມືອັນດີງາມລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດໃນໄລຍະຜ່ານມາ, ໃນຂອບເຂດສອງຝ່າຍກໍຄືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານຮອງລັດຖະມົນຕີ ສະເຫນີ: ສະຖານທູດ ລາວ ສືບຕໍ່ສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການຂອງຫວຽດນາມ ເພື່ອກະກຽມກອງປະຊຸມຄັ້ງທີ 39 ກຳມາທິການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ, ບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວໃນປີ 2017 ເປັນຢ່າງດີ. ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຢືນຢັນວ່າ: ພະນັກງານ, ລັດຖະກອນທັງໝົດໃນສະຖານທູດລາວ ຈະສືບຕໍ່ມານະພະຍາຍາມເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ຕອບສະຫນອງຄວາມມຸ້ງມາດປາດຖະຫນາຂອງປະຊາຊົນສອງປະເທດ.