ອີຮານ ທົດລອງ ລູກສອນໄຟໜ້າດິນ ຕ້ານເຖິງອາກາດ ໄລຍະກາງສຳເລັດຜົນ

ອີຮານ ທົດລອງ ລູກສອນໄຟໜ້າດິນ ຕ້ານເຖິງອາກາດ ໄລຍະກາງສຳເລັດຜົນ - ảnh 1
( ພາບ : http://dantri.com.vn )

ວັນ​ທີ 1 ມັງກອນ, ທ່ານຮອງຜູ້​ບັນຊາ​ການກອງທັບ​ເຮືອ ອີ​ຮານ​, ພົນ​ຈັດ​ຕາ​ວາ Sayyed Mahmoud Mousavi ​ໃຫ້ຮູ້ວ່າ, ​ເປັນ​ຄັ້ງ​ທຳ​ອິດທີ່ ອີ​ຮານ ​ທົດ​ລອງ​ລູກສອນ​ໄຟໜ້າດິນ​ຕ້ານ​ເຖິງ​ອາກາດ​ໄລຍະ​​ກາງ​ໃນ​ການ​ຊ້ອມ​ຮົ​ບທະຫານ​ເຮືອທີ່ພວມດຳ​ເນີນ​ຢູ່​​ເຂດທະ​ເລພາກ​ໃຕ້​ຂອງ​ປະ​ເທດ​ນີ້ສຳ​ເລັດ​ຜົນ ​ລູກ​ສອນ​ໄຟ​ດັ່ງກ່າວໂດຍ​ປະ​ເທດ​ນີ້​ຜະລິດ​ເຊິ່ງໄດ້​ປະກອບ​ລະບົບ​ສະຫຼາດ ​ແລະ ສາມາດລົບ​ກວນ ຮາ​ດາ ອື່ນ​ໄດ້ຊ່ວຍ​​ຫຼີກ​​ເວັ້ນຈາກ​ບໍ່​ວ່າລະບົບ​ປ້ອງ​ກັນ​ອາກາດ​ໃດໆ​ຂອງ​ຝ່າຍ​ກົງກັນຂ້າມ. ວັນ​ທີ 24 ທັນວາ, ກອງທັບ​ເຮືອ ອີ​ຮານ ​ໄດ້​ເປີດ​ສາກ​ການ​ຊ້ອມຮົບທີ່​ແກ່ຍາວ​​ໃນ​ເວລາ 10 ວັນ​ເຊິ່ງ​ມີ​​ຊື່ວ່າ “ Velayat 90 ” ດ້ວຍ​ການ​ເຄື່ອນ​​ໄຫວ​ໃນຂອບ​ເຂດ 2 ພັນ ກ​.ມ ຈາກ​ທິດຕາ​ເວັນ​ອອກ​ຊ່ອງ​ທະ​ເລ Hormuz ຢູ່​ອ່າວ Pechxich ​ເຖິງ ອ່າວ Aden​.
ຂ່າວ/ບົດ​ອື່ນ