(ພາບປະກອບ)
(vovworld) - ວັນທີ 16/07, ອະດີດພາລະກອນອົງການສືບລາຊະການລັບສູນກາງອາເມລິກາ (CIA) Edward Snowden, ໄດ້ຍືນໃບຄຳຮ້ອງຂໍຫລົບໄພຊົ່ວຄາວຢູ່ລັດເຊຍ. ໃບຂໍຮ້ອງໄດ້ສົ່ງເຖິງເຈົ້າໜ້າທີ່ລັດເຊຍ ຜ່ານອົງການອົບພະຍົບ ແລະ ພັກອາໄສສະຫະພັນ (FMS). ແຫຼ່ງຂ່າວຈາກ FMS ໃຫ້ຮູ້ວ່າ ການພິຈາລະນາໃບຄຳຮ້ອງຂໍຫລົບໄພຊົ່ວຄາວຂອງອະດີດພາລະກອນສືບລາຊະການລັບ CIA Edward Snowden ຕ້ອງໃຊ້ເວລາ 3 ເດືອນ. ໃນໄລຍະນີ້, Edward Snowden ຈະໄດ້ຮັບໃບອະນຸຍາດເພື່ອສາມາດອາໄສຢູ່ລັດເຊຍ. ນີ້ແມ່ນປະຕິກິລິຍາຫລ້າສຸດຈາກຝ່າຍລັດເຊຍ ສຳລັບການເປີດເຜີຍຂໍ້ມູນຂ່າວລັບຂອງອະດີດພາລະກອນສືບລາຊະການລັບ CIA Edward Snowden, ເຫດການນີ້ໄດ້ເຮັດໃຫ້ການພົວພັນລະຫວ່າງອາເມລິກາ ແລະ ບັນດາປະເທດໃຫຍ່ໃນໂລກຊົ່ວຮ້າຍລົງ, ໃນນັ້ນມີລັດເຊຍ, ຈີນ ແລະ ບັນດາປະເທດອາເມລິກາລາຕີນ. ມາຮອດປະຈຸບັນ, Edward Snowden ໄດ້ຍືນໃບຄຳຮ້ອງຂໍຫລົບໄພເຖິງ 21 ປະເທດ, ແຕ່ມີພຽງ 3 ປະເທດອາເມລິກາລາຕີນ ຄື: Niearagoa, Bolivia ແລະ Venezuela ຕົກລົງສະໜອງຂໍກຳນົດຫລົບໄພໃຫ້ແກ່ອະດີດພາລະກອນສືບລາຊະການລັບ CIA ຄົນນີ້.