ອາການີສະຖານ ດັບສູນ ແລະ ຈັບຕົວພວກທະຫານກະບົດຕາລີບານ ຫຼາຍຄົນ
ທະຫານກະບົດຕາລີບານ
(ພາບ:tinngan.vn)
( vovworld )- ກະຊວງພາຍໃນອາບການີສະຖານໃຫ້ຮູ້ວ່າ, ພວກທະຫານກະບົດຕາລີບານ 42 ຄົນ ໄດ້ຖືກດັບສູນ ແລະ ຈັບຕົວໃນບັນດາບັນຮົບການທະຫານທີ່ຫຼາຍແຂວງ ນະຄອນຢູ່ອາບການີສະຖານເມື່ອວັນທີ 18/6. ນອກຈາກບັນດາມືປືນຖືກດັບສູນ ແລະ ຈັບຕົວເຫຼົ່ານັ້ນ, ກຳລັງປ້ອງກັນຄວາມສະຫງົບຍັງຄົ້ນພົບ ແລະ ຢຶດເອົາອາວຸດຫຼາຍປະເພດຂອງພວກທະຫານກະບົດອີກດ້ວຍ. ປະຈຸບັນ, ກຸ່ມທະຫານກະບົດຕາລີບານ ບໍ່ທັນໄດ້ຍົກອອກຄຳວິຈານໃດໆກ່ຽວກັບຂ່າວດັ່ງກ່າວເທື່ອ. ນີ້ແມ່ນບັ້ນຮົບກວາດລ້າງພວກທະຫານກະບົດ ໂດຍຕຳຫຼວດແຫ່ງຊາດອາບການີສະຖານ ພ້ອມກັບກອງທັບ ແລະ ບັນດາກຳລັງທະຫານປະສົມ ໂດຍອົງການນາໂຕ ສົມທົບກັນຈັດຕັ້ງຂຶ້ນ.
ກ່ອນໜ້ານັ້ນ, ໃນກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາບການີສະຖານ, ກອງປະຊຸມໄດ້ອອກຖະແຫຼງການຖືວ່າ, ລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງພວມແມ່ນໄພນາບຂູ່ເປັນປະຈຳສຳລັບພາກພື້ນ, ປະເທດຕ່າງໆໃນພາກພື້ນຄວນເພີ່ມທະວີການຮ່ວມມືເພື່ອລົບລ້າງເຮືອນຮັງຂອງບັນດາເປົ້າໝາຍກໍ່ການຮ້າຍ; ສົ່ງເສີມບັນດາຄວາມມານະພະຍາຍາມເພື່ອແນໃສ່ເກັ້ຍກ່ອມພວກທະຫານກະບົດຕາລີບານ ເຂົ້າຮ່ວມວິວັດການເຈລະຈາສັນຕິພາບຮອບດ້ານ ບົນຫຼັກການປະລະການໃຊ້ຄວາມຮຸນແຮງ.