ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ມີພື້ນຖານເສດຖະກິດຢືນອັນດັບໜຶ່ງບັນຊີລາຍຊື່ບັນດາຕະຫຼາດມີຄວາມແກ່ງແຍ້ງທີ່ສຸດໃນ
ປະເທດສິງກາໂປສ່ວຍງາມ
(vovworld) – ສິງກາໂປ ແມ່ນປະເທດນຳໜ້າໃນບັນຊີລາຍຊື່ບັນດາສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດໃນບົດລາຍງານປະຈຳປີຕີລາຄາສະພາບແວດລ້ອມດຳເນີນທຸລະກິດຂອງໂລກປີ 2014 ໂດຍທະນາຄານໂລກ (WB) ປະກາດໃນວັນທີ 29/10. ນີ້ແມ່ນຄັ້ງທີ 8 ຢ່າງລຽນຕິດ, ທີ່ພື້ນຖານເສດຖະກິດຂຶ້ນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ນີ້ຖືກ WB ຈັດອັນດັບໜຶ່ງ. ຖັດຈາກ ສິງກາໂປ ແມ່ນ ຮົ່ງກົງ (ປະເທດຈີນ), ນິວຊີແລນ, ອາເມລິກາ ແລະ ແດນມາດ. ໃນຈຳນວນ 10 ປະເທດ ແລະ ເຂດແຄ້ວນນຳໜ້າ ທີ່ໄດ້ຮັບການຕີລາຄາຈາກ WB ວ່າແມ່ນມີສະພາບແວດລ້ອມດຳເນີນທຸລະກິດສະດວກທີ່ສຸດໃນໂລກນັ້ນ ຍັງມີປະເທດຕາງໜ້າໃຫ້ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ອີກນັ້ນແມ່ນ ມາເລເຊຍ. WB ໃຫ້ຂໍ້ສັງເກດວ່າ: ຫຼາຍປະເທດພວມມານະພະຍາຍາມສ້າງເງື່ອນໄຂສະດວກກ່ວາເພື່ອໃຫ້ປະຊາຊົນເຄື່ອນໄຫວດຳເນີນທຸລະກິດກ່ວາອີກ. ບັນດາພື້ນຖານເສດຖະກິດດ້ອຍພັດທະນາກ່ວາກໍ່ໄດ້ຮັບການຕີລາຄາວ່າມີຄວາມກ້າວໜ້າໃນຂົງເຂດນີ້ເມື່ອທຽບໃສ່ບັນດາພື້ນຖານເສດຖະກິດໃຫຍ່, ໂດຍລະອຽດແມ່ນການລົບລ້າງບັນດາຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານສຳລັບພາກເອກະຊົນ.