ອາຊຽນຈະປຶກສາຫລືກ່ຽວກັບບັນຫາທະເລຕາເວັນອອກ
ທູຮ່ຽນ, ນັກຂ່າວ VOV ຈາກກົວລາລຳເປີ -  
(ທ່ານລັດຖະມົນຕີຊ່ວຍວ່າການກະຊວງ
ການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ)
(vovworld) - ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ທີ່ກອງປະຊຸມຂັ້ນສູງບັນດາປະເທດອາຊຽນ ຄັ້ງທີ 48, ເຊິ່ງຖືກໄຂຂຶ້ນໃນວັນທີ 03/08, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະບັນດາເຈົ້າໜ້າທີ່ຂັ້ນສູງຫວຽດນາມ ເລຮ່ວາຍຈູງ ໃຫ້ຮູ້ວ່າ: ມີຫຼາຍບັນຫາທີ່ກ່ຽວຂ້ອງເຖິງວິວັດການພັດທະນາຂອງອາຊຽນ ດ້ວຍວິໄສທັດພາຍຫຼັງສ້າງເປັນປະຊາຄົນລວມໃນທ້າຍປີ 2015 ນີ້, ບົດບາດຂອງອາຊຽນ ໃນໂຄງປະກອບພາກພື້ນພວມໄດ້ຮັບການກຳນົດ ກໍຄືການພົວພັນຂອງອາຊຽນ ກັບບັນດາປະເທດຄູ່ຮ່ວມມືໄດ້ຮັບການປຶກສາຫາລືທີ່ກອງປະຊຸມ. ຕາມທ່ານ ເລຮ່ວາຍຈູງ ແລ້ວ, ວັນທີ 04/08 ແລະ ຊຸມມື້ຕໍ່ໄປ ຈະດຳເນີນບັນດາກອງປະຊຸມລະຫວ່າງລັດຖະມົນຕີວ່າການກະຊວງການຕ່າງປະເທດບັນດາປະເທດອາຊຽນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນ ກັບລັດຖະມົນຕີບັນດາປະເທດຄູ່ຮ່ວມມືເພື່ອປຶກສາຫາລືກ່ຽວກັບບັນຫາສ້າງຕັ້ງປະຊາຄົມອາຊຽນ ແລະ ການຮ່ວມມືຂອງບັນດາປະເທດກັບປະຊາຄົມອາຊຽນ ໃນໄລຍະຈະມາເຖິງ. ໃນນັ້ນເນັ້ນໜັກເຖິງບັດຫາເສີມຂະຫຍາຍບົດບາດຂອງອາຊຽນ ໃນພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນບັນຫາກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນຄື: ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການທ່ອງທ່ຽວ, ວັດທະນະທຳ ກໍຄືການລົງທຶນ, ເສດຖະກິດ ແລະ ການຄ້າ. ກ່ຽວກັບບັນຫາຄວາມສະຫງົບຂອງອາຊຽນ, ພິເສດແມ່ນບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈູງ ຢືນຢັນວ່າ.
“ຂ້າພະເຈົ້າຄິດວ່າ, ບັນດາປະເທດລ້ວນແຕ່ຮັບຮູ້ໄດ້ວ່າຄວາມສັນຕິພາບ, ຄວາມປອດໄພແມ່ນເງື່ອນໄຂຕັດສິນຊີ້ຂາດ ໃຫ້ແກ່ການພັດທະນາ ແລະ ຄວາມມານະພະຍາຍາມໃນບັນດາຂົງເຂດອື່ນ ກໍຄືໃນບັນຫາຮ່ວມມື ແລະ ແນ່ນອນວ່າ ບັນຫາຄວາມປອດໄພໃນພາກພື້ນ, ໃນນັ້ນມີສະພາບຢູ່ທະເລຕາເວັນອອກ ກໍແມ່ນໜຶ່ງໃນບັນດາຄວາມສົນໃຈຂອງບັນດາປະເທດອາຊຽນ ກໍ່ຄືປະເທດຄູ່ຮ່ວມມືຂອງອາຊຽນ ແລະ ຢູ່ພາກພື້ນອື່ນໆ.”
ທູຮ່ຽນ, ນັກຂ່າວ VOV ຈາກກົວລາລຳເປີ