ອາຊຽນຊຸກຍູ້ແລະປົກປ້ອງສິດຂອງແມ່ຍິງແລະເດັກນ້ອຍ
ພາບປະກອບ
(vovworld) – ກອງປະຊຸມພິເສດຂອງຄະນະກຳມະການກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ (ACWC) ສັງກັດ ອາຊຽນ, ທີ່ຫາກໍ່ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ Bandar Seri Begawan ຂອງ ບຮູໄນ, ໄດ້ເຫັນດີເປັນເອກະສັນຮັບຮອງເອົາແຜນການເຄື່ອນໄຫວປີ 2014. ກອງປະຊຸມ ACWC ກໍ່ປຶກສາຫາລືຍຸດທະສາດປະຕິບັດ 8 ຂົງເຂດທີ່ໄດ້ໃຫ້ຄຳໝັ້ນສັນຍາໃນຖະແຫຼງການ, ໃນນັ້ນ, ສຸມໃສ່ເຂົ້າໃນການເຄື່ອນໄຫວລະອຽດໃຫ້ແກ່ປີ 2014 ບົນພື້ນຖານແຜນການປະຕິບັດງານ ACWC ໄລຍະ 2012 – 2016. ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ACWC ຈະທາບທາມຄວາມເຫັນລະຫວ່າງຂະແໜງ ກັບບັນດາອົງການກ່ຽວຂ້ອງອື່ນຂອງ ອາຊຽນ ແລະ ເຈລະຈາກັບບັນດາອົງການສັງຄົມພົນລະເຮືອນ, ພິຈາລະນາຄວາມສາມາດບົ່ມຊ້ອນປະກອບສ່ວນຂອງ ACWC ເຂົ້າໃນການປະຕິບັດຖະແຫຼງການດັ່ງກ່າວ, ຈັດຕັ້ງກອງປະຊຸມ ແລະ ບຳລຸງສ້າງບັນດາອົງການບໍລິການສັງຄົມຢູ່ ສິງກາໂປ, ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການສົ່ງເສີມການສຳພັດກັບຄວາມຍຸຕິທຳໃຫ້ແກ່ບັນດາແມ່ຍິງຜູ້ປະສົບເຄາະຮ້າຍຈາກສະພາບໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດຢູ່ ບຣູໄນ... ນອກຈາກນັ້ນ, ກອງປະຊຸມໄດ້ພິຈາລະນາຄວາມຄືບໜ້າປະຕິບັດບັນດາໂຄງການ ACWC ໃຫ້ສຳເລັດຜົນ, ພິເສດແມ່ນບັນດາໂຄງການຈະໄດ້ປະຕິບັດສຳເລັດໃນປີນີ້, ແລະ ເຫັນດີເປັນເອກະສັນຈັດຕັ້ງກອງປະຊຸມ ACWC ຄັ້ງທີ 8 ໃນລະຫວ່າງວັນທີ 17 – 20/2/2014 ຢູ່ສຳນັກງານຄະນະເລຂາອາຊຽນທີ່ Jakarta, ປະເທດ ອິນໂດເນເຊຍ.