ກອງປະຊຸມສຳມະນາ “ອະນາຄົດຮ່ວມມືພັດທະນາເສດຖະກິດ - ສັງຄົມລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ”
|
(vovworld) – “ອະນາຄົດຮ່ວມມືພັດທະນາເສດຖະກິດ - ສັງຄົມລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍສູນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ຈັດຕັ້ງໃນວັນທີ 17/2. ນະທີ່ນີ້, ບັນດາຜູ້ແທນໄດ້ປຶກສາຫາລືການພົວພັນ ອາຊຽນ - ຍີ່ປຸ່ນ ໃນໄລຍະປະຈຸບັນ, ບັນດາໝາກຜົນທີ່ບັນລຸໄດ້ ແລະ ໄຈ້ແຍກບັນດາແງ່ມູມທີ່ກ່ຽວຂ້ອງເຖິງການຊຸກຍູ້ການພົວພັນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອງນີ້ໃນຂົງເຂດຕ່າງໆ. ບັນດານັກຊ່ຽວຊານລ້ວນແຕ່ເຫັນດີເປັນເອກະສັນກ່ຽວກັບຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດຂອງພາກພື້ນ ອາຊຽນ ໃນໄລຍະຈະມາເຖິງດ້ວຍພົນລະເມືອງ 635 ລ້ານຄົນ ແລະ ຍອດ GDP ບັນລຸ 2,4 ຕື້ USD. ບັນດານັກຊ່ຽວຊານກໍຄາດຄະເນການລົງທຶນຂອງ ຍີ່ປຸ່ນ ເຂົ້າພາກພື້ນ ອາຊຽນ ຈະສືບຕໍ່ເພີ່ມຂຶ້ນໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ເຕັກນິກ, ການສຶກສາ ແລະ ກໍ່ສ້າງວິຊາຊີບ. ແນວຄວາມຄິດສ້າງເຄື່ອງໝາຍການຄ້າ “Made in ASEAN” ກໍໄດ້ນຳມາປຶກສາຫາລື.