ອາຊຽນ-ນິວຊີແລນຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນແລະແທດຈິງ
ບັນດາຜຸູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: Đỗ Quyên/TTXVN)
(vovworld) – ວັນທີ 2/7, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືລວມ ອາຊຽນ-ນິວຊີແລນ (ANZJCC) ດ້ວຍການເຂົ້າຮ່ວມຂອງຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ແລະ ທ່ານເອກອັກຄະລັດຖະທູດ ນິວຊີແລນ ປະຈຳອາຊຽນ ເພື່ອແນໃສ່ທົບທວນຄືນການພົວພັນຮ່ວມມື ອາຊຽນ-ນິວຊີແລນ ໃນໄລຍະຜ່ານມາ, ພ້ອມທັງກຳນົດບັນດາມາດຕະການເພີ່ມທະວີວຽກງານກະກຽມໃຫ້ພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ-ນິວຊີແລນ.
ກ່າວຄຳເຫັນທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຫງວຽນຮວັ່ນນຳ ຕີລາຄາສູງໝາກຜົນແຫ່ງການຮ່ວມມືຂອງ ນິວຊີແລນກັບ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະໃນໄລຍະຜ່ານມາ; ສະເໜີບາງບຸລິມະສິດໃນການຮ່ວມມືລະຫວ່າງ ອາຊຽນ-ນິວຊີແລນ ໃນໄລຍະຈະມາເຖິງໃນບັນດາຂົງເຂດການເມືອງ-ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມ. ທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນຳ ກໍເນັ້ນໜັກວ່າ: ໃນປີ 2015, ອາຊຽນ ແລະ ນິວຊີແລນ ສະເຫຼີມສະລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາ, ທັງກໍແມ່ນປີ ຫວຽດນາມ ແລະ ນິວຊີແລນ ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮຽງບ່າຮຽງໄຫຼ່ກັບ ອາຊຽນ ສ້າງການພົວພັນ ອາຊຽນ-ນິວຊີແລນ ໃຫ້ໝັ້ນຄົງ ແລະ ພັດທະນາ.