ອາ​ຊຽນ​ຮັກ​ສາ​ອັນ​ດັບ​ທີ 1 ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ ຂອງ​ຈີນ

(VOVWORLD) -ອາຊຽນ, ສະຫະພາບເອີລົບ ແລະ ອາເມລິກາ ຍັງແມ່ນ 3 ຄູ່ຮ່ວມມືການຄ້າແຖວໜ້າຂອງປະເທດນີ້, ດ້ວຍອັດຕາການເຕີບໂຕຕາມລຳດັບແມ່ນ 27,8%; 26,7% ແລະ 34,6%.
ອາ​ຊຽນ​ຮັກ​ສາ​ອັນ​ດັບ​ທີ 1 ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ້າ ຂອງ​ຈີນ - ảnh 1ໂຄສົກກົມໃຫຍ່ພາສີອາກອນ ຈີນ (ພາບ: SCIO)

ຕາມຂໍ້ມູນຫຼ້າສຸດທີ່ໄດ້ປະກາດໃນວັນທີ 13 ກໍລະກົດແລ້ວ, ວົງເງິນການຄ້າ ຂອງ ຈີນ ຍັງຢູ່ໃນທ່າເພີ່ມຂຶ້ນແຮງ, ໃນນັ້ນ ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືອັນດັບ 1 ຂອງປະເທດນີ້. ໃນ 6 ເດືອນຕົ້ນປີ, ຍອດວົງເງິນການຄ້ານຳເຂົ້າສົ່ງອອກຂອງຈີນ ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ບັນລຸໄດ້ເກືອບ 2.800 ຕື້ USD. ອາຊຽນ, ສະຫະພາບເອີລົບ ແລະ ອາເມລິກາ ຍັງແມ່ນ 3 ຄູ່ຮ່ວມມືການຄ້າແຖວໜ້າຂອງປະເທດນີ້, ດ້ວຍອັດຕາການເຕີບໂຕຕາມລຳດັບແມ່ນ 27,8%; 26,7% ແລະ 34,6%. ອາຊຽນ ຍັງຮັກສາອັນດັບທີ 1 ນັບແຕ່ຕົ້ນປີ 2020 ໃນຕາຕະລາງຈັດອັນດັບບັນດາຄູ່ຮ່ວມມືການຄ້າ ຂອງ ຈີນ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ