(vovworld) - ທີ່ກອງປະຊຸມເຈົ້າຫນ້າທີ່ຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 19 ຫາກໍດຳເນີນໄປໃນວັນທີ 1 ແລະ 2/4 ຢູ່ ປັກກີ່ງ ປະເທດຈີນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ນຳຫນ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ນະທີ່ນີ້, ບັນດາປະເທດ ອາຊຽນ ແລະ ຈີນ ຢືນຢັນວ່າ: ເລື່ອງຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກມີຄວາມໝາຍສຳຄັນສຳລັບທຸກປະເທດຢູ່ພາກພື້ນ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ ແລະ ຈີນ. ທັງ ອາຊຽນ ແລະ ຈີນ ລ້ວນແຕ່ມີຄຳໝັ້ນສັນຍາປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ,ສືບຕໍ່ຮັກສາການພົບປະສົນທະນາ ແລະ ທາບທາມຄຳເຫັນ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລວມໃນຂອບເຂດ DOC ແລະ ເຫັນດີພ້ອມກັນຮວ່ມມືມຸ່ງໄປເຖິງການສ້າງ ແລະ ຮັບຮອງເອົາປະມວນຂໍ້ກຳນົດການປະພຶດຢຸ່ທະເລຕາເວັນອອກ (COC).
ທ່ານຟ້າມກວາງວີງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
ພາບ:internet
|
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ສົມທົບ ແລະ ຮ່ວມມືພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນຊຸກຍູ້ການພົວພັນຍຸດທະສາດ ອາຊຽນ - ຈີນ ໃຫ້ນັບມື້ນັບພັດທະນາ. ສວນຝ່າຍຈີນ ຢືນຢັນວ່າ: ຈີນ ຖືການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດ ອາຊຽນ ເປັນສຳຄັນ, ຖືອາຊຽນ ແມ່ນຫນຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຈີນ, ສະຫນັບສະຫນູນ ອາຊຽນ ເສີມຂະຫຍາຍບົດບາດໃຈກາງ ແລະ ນັບມື້ນັບມີການປະກອບສ່ວນສຳຄັນຢູ່ພາກພື້ນ ແລະ ສາກົນ. ຈີນ ຈະຮ່ວມມື ແລະ ຫນູນຊ່ວຍອາຊຽນ ສ້າງປະຊາຄົມອາຊຽນ ສຳເລັດຜົນໃນປີ 2015.