ອາຊຽນແລະຍີ່ປຸ່ນ ສະເຫຼີມສະຫຼອງ 40 ປີແຫ່ງການພົວພັນ ມິດຕະພາບ ແລະ ການຮ່ວມມື

ອາຊຽນແລະຍີ່ປຸ່ນ ສະເຫຼີມສະຫຼອງ 40 ປີແຫ່ງການພົວພັນ ມິດຕະພາບ ແລະ ການຮ່ວມມື - ảnh 1

(ພາບປະກອບ: vnexpress.net)

(vovworld): ຕອນ​ຄ່ຳ​ວັນ​ທີ​ 18/1, ຢູ່​ນະຄອນຫຼວງ​ຈາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງອາ​ຊຽນ ​ແລະ ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍອາ​ຊຽນ​ເລ​ເລືອ​ງມິນ ຢືນ​ຢັນ​ວ່າ: ຍີ່ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຄູ່​​ເຈລະຈາ​ຍາວ​ນານ ​ແລະ ສຳຄັນ​ກ່ວາ​ໝູ່, ຍາມ​ໃດ​ກໍ່​ແບ່ງປັນ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ສິ່ງ​ທ້າ​ທາຍ​ກັບ​ອາ​ຊຽນ. ທ່ານ​ຊີ້​ແຈງ​ວ່າ: ​ໃນ​ອະນາຄົດ, ອາ​ຊຽນ ຊົມ​ເຊີຍ​ການ​ສືບ​ຕໍ່​ສະໜິດ​ຕິດ​ພັນ​ລະຫວ່າງ​ອາ​ຊຽນ ​ແລະ ຍີ່ປຸ່ນ ຊື່​ງຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ເສດຖະກິດ ​ແລະ ​ເປີດ​ກ້ວາງ​ບັນດາ​ການ​ພົວພັນ​ຂອງ​ສອງ​ຝ່າຍ. ອາ​ຊຽນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຍີ່ປຸ່ນ ​ເມື່ອ​ບັນລຸ​ໄດ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຢ່າງ​ແຮງ ​ແລະ ​ແມ່ນ​ຕະຫຼາດ​ທີ່​ກ້ວາງ​ໃຫ່ຍ. ສ່ວນ​ທ່ານ Ishikane Kimihiru ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ອາ​ຊຽນ ຢືນຢັນ​ຄຳໝັ້ນສັນຍາ​ຂອງ​ຍີ່ປຸ່ນ ສືບ​ຕໍ່​ໜູນ​ຊ່ວຍ​ອາ​ຊຽນ ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ, ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ຍີ່ປຸ່ນ ​ແລະ ອາ​ຊຽນ ພ້ອມ​ກັນ​ແບ່ງປັນ​ບັນດາ​ສິ່ງ​ທ້າ​ທາຍ​ລວມ, ພ້ອມ​ກັນ​ປາດ​ຖະໜາ​ຢາກ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ