ອາຊຽນ, ຈີນເລີ່ມເຈລະຈາກ່ຽວກັບ COC
ວາລະປະຊຸມພິເສດລະຫວ່າງບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນ ຢູ່ປັກກິງ (ພາບ : TTXVN)
|
(Vovworld)- ວັນທີ 14/9, ຢູ່ຊູເຈົາ ແຂວງ ຈຽງຊູ ປະເທດຈີນ, ບັນດາເຈົ້າໜ້າທີ່ ບັນດາປະເທດອາຊຽນ ແລະ ຈີນ ໄດ້ເລີ່ມດຳເນີນການເຈລະຈາເປັນເວລາ 2 ວັນ ແນໃສ່ກ້າວໄປເຖິງການສ້າງປະມວນລະບຽບການ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ເພື່ອຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ທະເລ ຕາເວັນອອກ. ທີ່ການເຈລະຈາ, ບັນດານັກວິຊາການຂອງທັງ 2 ຝ່າຍປຶກສາຫາລືລະອຽດກ່ຽວກັບປະມວນລະບຽບການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນ ອອກ (COC)ໃນມື້ທຳອິດ, ຫຼັງຈາກນັ້ນຈະສົ່ງຂໍ້ສະຫຼຸບຂອງເຂົາເຈົ້າຂຶ້ນເຖິງ ບັນດາເຈົ້າໜ້າທີ່ຂັ້ນສູງເພື່ອພິຈາລະນາ, ອະນຸມັດຜ່ານໃນມື້ທີ 2 . ຕາມ ບັນດາເຈົ້າໜ້າທີ່ອາຊຽນແລ້ວ, ທີ່ການພົບປະຄັ້ງນີ້, 2 ຝ່າຍຍັງເລັ່ງໃສ່ປຶກສາຫາລືການປະຕິບັດຖະແຫຼງການ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລ ຕາເວັນອອກ (DOC) ທີ່ 2 ຝ່າຍໄດ້ຮັບຮອງເອົາເມືອ່ປີ 2002. ຕາມແຜນການແລ້ວ, ໝາກຜົນຂອງບັນດາການເຈລະຈາຄັ້ງນີ້ ຈະຖືກຮວບຮ່ວມໃນຖະແຫຼງການຮ່ວມສະບັບໜຶ່ງຊຶ່ງຄາດວ່າ ບັນດາການນຳຈີນ ແລະ ອາຊຽນ ປະກາດພາຍຫຼັງກອງປະຊຸມສຸດຍອດ ອາຊຽນ-ຈີນຢູ່ ບຣູໄນ ໃນເດືອນໜ້າ .