(vovworld) – ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ໃນຖະແຫຼງການຂອງປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22 ຍົກອອກມາໃນວັນທີ 25/4, ບັນດາການນຳ ອາຊີ ຕາເວັນອອກສ່ຽງໃຕ້ ໄດ້ຢັ້ງຢືນຄືນໃໝ່ຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພໃນການເດີນເຮືອບົນທະເລຕາເວັນອອກ ແລະ ບັນດາຄຳໝັ້ນສັນຍາລວມ ໃນຂອບເຂດຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ເພື່ອຮັບປະກັນບັນດາມາດຕະການແກ້ໄຂດ້ວຍສັນຕິວິທີໃຫ້ແກ່ບັນດາການພິພາດ, ເໝາະສົມກັບບັນດາຫຼັກການຂອງກົດໝາຍສາກົນ ທີ່ໄດ້ຮັບຮູ້ຢ່າງກ້ວາງແຂວງ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ອາຊຽນ ກໍ່ເຫັນດີເປັນເອກະພາບ ພ້ອມກັບ ຈີນ ຊຸກຍູ້ການເຈລະຈາ ປະມວນລະບຽບການກ່ຽວກັບການປະພຶດຂອງຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ທະເລ ຕາເວັນອອກ (COC).
ເມື່ອຕອບສຳພາດອົງການນັກຂ່າວຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 22, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ຊີ້ແຈ້ງວ່າ “ບັນຫາທະເລຕາເວັນອອກ ຕ້ອງໄດ້ຮັບການແກ້ໄຂລະຫວ່າງບັນດາປະເທດທີ່ກ່ຽວຂ້ອງ, ແຕ່ວ່າຕ້ອງຄິດໄລ່ຊັ່ງຊາເຖິງຜົນປະໂຫຍດຂອງບັນດາຝ່າຍ, ກໍ່ຄືສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ. ຍາມໃດ ອາຊຽນ ກໍ່ມີຄວາມສະໜິດສະໜົມ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ກ່ຽວກັບບັນຫາທະເລຕາເວັນອອກ”. ກ່ຽວກັບບັນຫານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ຢືນຢັນວ່າ:
“ແຕ່ເດືອນ 11/2011, ພາຍໃນອາຊຽນ ໄດ້ມີການກະກຽມ, ປຶກສາຫາລືບັນດາເນື້ອໃນຕົ້ນຕໍ່ ກ່ຽວກັບ COC ເພື່ອນຳມາເຈລະຈາກັບ ຈີນ. ໃນຕະຫຼອດເວລານັ້ນ, ອາຊຽນ ໄດ້ເປັນເຈົ້າການຊຸກຍູ້ການທາບທາມຄວາມເຫັນກັບ ຈີນ. ປີ 2012, ອາຊຽນ ມີການທາບທາມຄວາມເຫັນບໍ່ເປັນທາງການຄັ້ງຕ່າງໆຢູ່ຂັ້ນ SOM ກັບ ຈີນ ກ່ຽວກັບປະມວນລະບຽບການນີ້.ອາຊຽນ ເຫັນວ່າ ໃນສະພາບການປະຈຸບັນ, ຄວນຍູ້ໄວການສ້າງປະມວນລະບຽບການກ່ຽວກັບການປະພຶດຂອງຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ທະເລ ຕາເວັນອອກ ”