ອາຊຽນ ມຸ້ງໄປເຖິງຕະຫຼາດການຄ້າ ແລະ ການລົງທຶນເອກະພາບ
Manh Hiep ນັກຂ່າວ VOV ປະຈຳກຳປູເຈຍ -  
ຫວຽດນາມ ເຂົ້າຮ່ວມ AEM-44
(ພາບ:vietnamplus.vn)
( vovworld ) – ກອງປະຊຸມ 2 ຄັ້ງກ່ຽວກັບຊຸກຍູ້ການຄ້າ ແລະ ການລົງທຶນໃນກຸ່ມ, ມຸ້ງໄປເຖິງຈຸດໝາຍສ້າງອາຊຽນ ເປັນຕະຫຼາດການຄ້າເສລີ ແລະ ລົງທຶນເປັນເອກະພາບຫາກໍ່ດຳເນີນໄປເມື່ອຕອນບ່າຍວັນທີ 27/8 ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 44 (AEM-44) ຊື່ງພວມດຳເນີນໄປຢູ່ນະຄອນຊຽມຣຽບ ປະເທດກຳປູເຈຍ. ໃນບົດກ່າວປາໄສໄຂກອງປະຊຸມ AEM-44 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຊື່ງຈັດຂຶ້ນກ່ອນນັ້ນ, ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບຮູນແຊນ ໄດ້ເນັ້ນໜັກເຖິງການໃຫ້ບຸລິມະສິດອັນດັບ 1 ຂອງກອງປະຊຸມນັ້ນແມ່ນເຮັດໃຫ້ຈຸດໝາຍສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 ປະກົດຜົນເປັນຈິງ. ສ່ວນທ່ານ ຫວູຮູຍຮ່ວາງ ລັດຖະມນົຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດາປະເທດສະມາຊິກອາຊຽນ ປະຕິບັດວິວັດທະນະການຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນຢ່າງເຂັ້ມງວດ ແລະ ຢືນຢັນວ່າ: ບັນດາຜົນງານດ້ານເສດຖະກິດສັງຄົມທີ່ຫວຽດນາມ ບັນລຸໄດ້ໃນ 17 ປີຜ່ານມາ ນັບແຕ່ເຂົ້າເປັນສະມາຊິກອາຊຽນ ໄດ້ພິສູດໃຫ້ເຫັນລັກສະນະຖືກຕ້ອງຂອງການຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ:
“ເປັນທີ່ຈະແຈ້ງແລ້ວວ່າ, ສິ່ງດັ່ງກ່າວໄດ້ນຳມາເຊິ່ງບັນດາການປ່ຽນແປງທີ່ໃຫ່ຍຫຼວງທີ່ສຸດໃນໂສມໜ້າເສດຖະກິດຂອງປະເທດຊາດ, ສະແດງໃຫ້ເຫັນຜ່ານເລື່ອງວົງເງິນສິນຄ້າສອງສົ້ນລະຫວ່າງຫວຽດນາມ ແລະ 9 ປະເທດສະມາຊິກອາຊຽນ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນໃນ 2, 3 ປີຜ່ານມາ. ການລົງທຶນຂອງບັນດາປະເທດຄືສິງກະໂປ, ອິນໂດເນເຊຍ, ໄທ, ມາເລເຊຍ ເຂົ້າຫວຽດນາມ ກໍ່ໄດ້ເພີ່ມຂຶ້ນຫຼາຍ. ຜ່ານການເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ມີຫຼາຍບົດຮຽນຕື່ມອີກໃນການເຈລະຈາ, ຍົກອອກບັນດາແຜນການກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບເສຖະກິດໂລກ“.
Manh Hiep ນັກຂ່າວ VOV ປະຈຳກຳປູເຈຍ