ອາຊຽນ ເພີ່ມທະວີ ການຮ່ວມມືດ້ານ ພະລັງງານ ແລະ ເຊື່ອມໂຍງເຂົ້າກັບສາກົນ
ກອງປະຊຸມເຈົ້າໜ້າທີ່ອາຊຽນ
(ພາບ: kpl.net.la)
(vovworld) – ກອງປະຊຸມເຈົ້າໜ້າທີ່ອາຊຽນ ກ່ຽວກັບການຮ່ວມມືດ້ານພະລັງງານ ແລະ ເຊື່ອມໂຍງເຂົ້າກັບສາກົນ ໂດຍລາວ ເປັນເຈົ້າພາບຈັດຕັ້ງ ຢູ່ແຂວງ ຫຼວງພະບາງ ແຕ່ວັນທີ 06 – 13/06. ເຂົ້າຮ່ວມກອງປະຊຸມມີຜູ້ແທນທີ່ມາຈາກບັນດາປະເທດສະມາຊິກອາຊຽນ, ຄະນະເລຂາອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືເຈລະຈາ. ນີ້ແມ່ນກອງປະຊຸມເພື່ອກະກຽມບັນດາເນື້ອໃນກ້າວໄປເຖິງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 32 ຢູ່ນະຄອນຫຼວງວຽງຈັນ ໃນເດືອນ ກັນຍາ ຈະມາເຖິງ. ໃນຊຸມວັນດຳເນີນກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງ, ພ້ອມກັບບັນດາແຜນການເຄື່ອນໄຫວອາຊຽນ ກ່ຽວກັບການຮ່ວມມືດ້ານພະລັງງານ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການພັດທະນາແບບຍື່ນຍົງໃນພາກພື້ນ. ກອງປະຊຸມກໍ່ໄດ້ຍົກໃຫ້ເຫັນສະພາບຂາດຄວາມສະຫງົບໝັ້ນທຽງໃນບັນດາພື້ນຖານເສດຖະກິດ, ເຊິ່ງໄດ້ສ້າງການຜັນປ່ຽນບາງຢ່າງໃນຕະຫຼາດພະລັງງານເຊິ່ງບັນດາປະເທດອາຊຽນພວມປະເຊີນໜ້າ.